ທ່ານປະທານປະເທດ Truong Tan Sang ພົບປະກັບ
ຜູ້ມີສິດເລືອກຕັ້ງເມືອງ 4
ພາບ:TTXVN
|
(vovword)- ຕອນເຊົ້າວັນທີ 3/5 ສືບຕໍ່ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຢູ່ ນະຄອນ ໂຮ່ຈິມີນ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ພ້ອມກັບຫນ່ວຍສະມາຊີກສະພາແຫ່ງຊາດຊຸດທີ 13 ຫົວຫນ່ວຍເລກ 1 ຂອງນະຄອນ ໂຮ່ຈິມີນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4 ກວ່າ 400 ຄົນ. ທີ່ການພົບປະ, ຜູ້ມີສິດເລືອກຕັ້ງສະເຫນີຕໍ່ທ່ານປະທານປະເທດ ແລະ ບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາເງິນເດືອນຂອງພະນັກງານ, ພາລະກອນການແພດ, ສະພາບການຄົນເຈັບເຂົ້າໂຮງໝໍເກີນຂອບເຂດ, ຫລຸດຜ່ອນອັດຕາດອກເບ້ຍທະນາຄານ. ຜູ້ມີສິດເລືອກຕັ້ງກໍສະເຫນີວ່າ ຕ້ອງມີການປ່ຽນໃຫມ່ໃນການພົບປະກັບຜູ້ມີສິດເລືອກຕັ້ງ, ກ້າວໄປເຖິງຜູ້ມີສິດເລືອກຕັ້ງທັງໝົດລ້ວນແຕ່ໄດ້ພົບປະກັບສະມາຊິກສະພາແຫ່ງຊາດເພື່ອຮັບຟັງບັນດາບັນຫາຊຶ່ງປະຊາຊົນມີຄວາມສົນໃຈ. ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ Truong Tan Sang ໄດ້ຮັບເອົາຄຳເຫັນປະກອບ ແລະ ຂໍ້ສະເຫນີຂອງຜູ້ມີສິດເລືອກຕັ້ງຸເມືອງ 4 ແລະ ຕອບບັນດາຄຳເຫັນຊຶ່ງຜູ້ມີສິດເລືອກຕັ້ງຍົກອອກ.