ທ່ານປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 115 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລການແພດ ຮ່າໂນ້ຍ

(VOVWORLD) - ຕອນບ່າຍວັນທີ 14 ພະຈິກ, ມະຫາວິທະຍາໄລການແພດ ຮ່າໂນ້ຍ ຈັດຕັ້ງພິທີສະເຫຼີມສະຫຼອງ 115 ປີແຫ່ງວັນສ້າງຕັ້ງ (1902 - 2017) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1. 
ທ່ານປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 115 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລການແພດ ຮ່າໂນ້ຍ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມອບຫຼຽນໄຊແຮງງານຊັ້ນ 1 ມະຫາວິທະຍາໄລການແພດ ຮ່າໂນ້ຍ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຮຽກຮ້ອງໂຮງຮຽນ ສືບຕໍ່ມານະພະຍາຍາມສູ້ຊົນກາຍເປັນສູນບຳລຸງສ້າງ, ຄົ້ນຄວ້າແພດສາດແຖວໜ້າຂອງປະເທດ, ບໍ່ພຽງແຕ່ກໍ່ສ້າງນັກສຶກສາ ຫວຽດນາມ ເທົ່ານັ້ນ ຫາກນັບທັງນັກສຶກສາສາກົນອີກດ້ວຍ; ບໍ່ພຽງແຕ່ຜັນຂະຫຍາຍ, ໝູນໃຊ້ບັນດາຜົນງານຄົ້ນຄວ້າຢູ່ລະດັບຊາດເທົ່ານັ້ນ ຫາກຍັງຢູ່ສາກົນອີກດ້ວຍ; ບໍ່ພຽງແຕ່ຮັບໃຊ້ປະຊາຄົມຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງຮັບໃຊ້ປະຊາຄົມຊາວຕ່າງປະເທດອີກດ້ວຍ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:

        “ຍູ້ແຮງການເຄື່ອນໄຫວຮ່ວມມືສາກົນ 2 ຝ່າຍ, ຫລາຍຝ່າຍກັບບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ບັນດາອົງການຈັດຕັ້ງສາກົນພາຍໃນພາກພື້ນ ແລະ ໃນໂລກ ເພື່ອແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນ, ຍົກສູງລະດັບວິຊາຊີບໃຫ້ແກ່ຖັນແຖວຄູ່ອາຈານມ ທ່ານໝໍ”.

ຕອບກັບ

ຂ່າວ/ບົດ​ອື່ນ