ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ

(VOVWORLD) - 2 ປະເທດມີຄາດໝາຍ ແລະ ມີການແບ່ງປັນຜົນປະໂຫຍດລວມນຳກັນຫຼາຍຢ່າງໃນການຮັກສາສະພາບແວດລ້ອມສັນຕິພາບ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ

ຕອນບ່າຍວັນທີ 9 ມີນາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ Kang Kyung – hwa ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: 2 ປະເທດມີຄາດໝາຍ ແລະ ມີການແບ່ງປັນຜົນປະໂຫຍດລວມນຳກັນຫຼາຍຢ່າງໃນການຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງສະຖຽນລະພາບ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ ແລະ ການເຕີບໂຕດ້ານເສດຖະກິດ. ບົນຈິດໃຈນັ້ນ, ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ໃນຂົງເຂດການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການແລກປ່ຽນບັນດາມາດຕະການເຮັດໃຫ້ການພົວພັນຮ່ວມມືເໝາະສົມກັບຈິດໃຈຄູ່ຮ່ວມມືຍຸດທະສາດເລິ່ງເຊິ່ງກ່ວາອີກ.

ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ Kang Kyung – hwa ຖືວ່າ: ເລື່ອງນັບມື້ນັບມີຫຼາຍກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງ ສ ເກົາຫຼີ ມາລົງທຶນຢູ່ ຫວຽດນາມ ແມ່ນການສະແດງໃຫ້ເຫັນຢ່າງມີຊີວິດຊີວາໃນການຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ