ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບກະຊວງປ້ອງກັນປະເທດ
ທ່ານປະທານປະເທດເຈືອງເຕີນຊາງ
ພາບປະກອບ
|
(vovworld) - ວັນທີ 14/03, ທ່ານປະທານປະເທດເຈືອງເຕີນຊາງໄດ້ມີການເຮັດວຽກກັບການນຳກະຊວງປ້ອງກັນປະເທດຫວຽດນາມກ່ຽວກັບການປະຕິບັດຫນ້າທີ່ດ້ານການທະຫານ, ການປ້ອງກັນຊາດໃນໄລຍະຈະມາເຖິງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດເຈືອງເຕີນຊາງ ຊີ້ແຈງວ່າ: ກອງທັບຄວນຍົກສູງຄຸນນະພາບວຽກງານການສຶກສາຝຶກຝົນຫລໍ່ຫລອມຄຸນນະທາດການເມືອງ, ແນວຄິດ, ເອົາໃຈໃສ່ເປັນພິເສດເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພະນັກງານ, ນັກຮົບ, ເພີ່ມທະວີກຳລັງຄວາມສາມາດກຽມພ້ອມການສູ້ຮົບ. ຕໍ່ຫນ້າສະພາບການການເມືອງ, ຄວາມສະຫງົບປອດໄພຂອງໂລກມີການຜັນແປຢ່າງສັບສົນ, ສະພາບການພາຍໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ, ທ່ານປະທານປະເທດເນັ້ນຫນັກວ່າ ໃນປີ 2012 ກະຊວງປ້ອງກັນປະເທດ ຄວນໃສ່ໃຈພິເສດເຖິງເລື່ອງຊາບຊືມປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ກ່ຽວກັບຫນ້າທີ່ການທະຫານ, ການປ້ອງກັນຊາດ, ຢືດໝັ້ນຈຸດໝາຍເອກະລາດຊົນຊາດຕິດພັນກັບສັງຄົມນິຍົມ, ຖືການຮັກສາສັນຕິພາບສະຖຽນລະພາບເພື່ອພັດທະນາປະເທດຊາດ ແມ່ນຜົນປະໂຫຍດສູງສຸດ.