( ພາບ : http://dangcongsan.vn)
ຕອນບ່າຍວັນທີ 12/12, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສານປະຊາຊົນສູງສຸດລາວ ໂດຍທ່ານ ຄຳພັນ ສິດທິດຳພາ, ກຳມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ຫົວໜ້າສານປະຊາຊົນສູງສຸດ ເປັນຫົວໜ້າຄະນະ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢືນຢັນວ່າ ຍາມໃດຫວຽດນາມກໍ່ຖືເປັນສຳຄັນ, ຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ. ທ່ານປະທານປະເທດໃຫ້ຮູ້ວ່າ, ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບລາວໃນການບຳລຸງສ້າງພະນັກງານໃຫ້ແກ່ຂະແໜງສານຂອງລາວ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຫວັງວ່າຂະແໜງສານຂອງສອງປະເທດສືບຕໍ່ພັດທະນາສາຍພົວພັນຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງແຕ່ລະປະເທດ, ກໍ່ຄືຮັດແໜ້ນສາຍພົວພັນຮ່ວມມືແບບພິເສດລະຫວ່າງສອງປະເທດກວ່າອີກ.