ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບພະນັກງານສະຖານທູດຫວຽດນາມຢູ່ອີຢິບ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ອີຢິບ ຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີອີຢິບ Abdel Fattah Sisi,  ຕອນບ່າຍວັນທີ 26 ສິງຫາ, ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ພົບປະສັງສັນ, ໂອ້ລົມກັບລັດຖະກອນ, ພະນັກງານ ສະຖານທູດຫວຽດນາມ ປະຈໍາອີຢິບ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ອີຢິບ.
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບພະນັກງານສະຖານທູດຫວຽດນາມຢູ່ອີຢິບ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄໍາເຫັນທີ່ການພົບປະສັງສັນ

ກ່າວຄໍາເຫັນນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ໝູ່ຄະນະສະຖານທູດສືບຕໍ່ເປັນເສນາທິການໃຫ້ແກ່ພັກ, ລັດ ກ່ຽວກັບບັນດາມາດຕະການລະອຽດເພື່ອແນໃສ່ເພີ່ມທະວີການພົວພັນໃນທຸກດ້ານກັບອີຢິບ:

        “ຂ້າພະເຈົ້າຫວັງວ່າ ບັນດາພະນັກງານສະຖານທູດ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຂະແໜງການທູດ ເພື່ອໃຫ້ພວກເຮົາຍູ້ແຮງການເຄື່ອນໄຫວທາງການທູດໃນທຸກຂົງເຂດ ກ່ຽວກັບດ້ານເສດຖະກິດ,ການເມືອງ, ວັດທະນະທໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນນັ້ນ ຄວນເອົາໃຈໃສ່ເປັນພິເສດເຖິງການພົບປະແລກປ່ຽນປະຊາຊົນ ເພື່ອເພີ່ມທະວີການຮ່ວມສໍາພັນລະຫວ່າງປະຊາຊົນສອງປະເທດພວກເຮົາ. ນີ້ແມ່ນພື້ນຖານທີ່ໝັ້ນຄົງ ເພື່ອຮັກສາການພົວພັນຂອງສອງປະເທດ. ສໍາລັບປະຊາຄົມຊາວຫວຽດນາມອາໄສຢູ່ອີຢິບ, ໃນໄລຍະຈະມາເຖິງ, ແນ່ນອນວ່າຄົນຫວຽດນາມ ຈະມານີ້ນັບມື້ນັບຫຼາຍຂຶ້ນ, ຮອດເວລານັ້ນ ພວກເຮົາຈະຈັດຕັ້ງສະມາຄົມຊາວຫວຽດນາມອາໄສຢູ່ອີຢິບ ເພື່ອເປັນຂົວເຊື່ອມຕໍ່ລະຫວ່າງບຸກຄົນທີ່ຢູ່ຫ່າງໄກບ້ານເກີດເມືອງນອນ ເພື່ອອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ. ຜ່ານນັ້ນ, ສ້າງເງື່ອນໄຂໃຫ້ບັນດາປະຊາຄົມຊາວຫວຽດນາມ ມີຊີວິດການເປັນຢູ່ປົກກະຕິ, ເຄົາລົບນັບຖືກົດໝາຍຂອງປະເທດປະຈໍາຖິ່ນ. ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ