ເວທີປາໄສ ວິສາຫະກິດ ຫວຽດນາມ - ບຣູໄນ
|
(vovworld)- ໃນຂອບເຂດການຢ້ຽມຢາມທາງລັດຖະກິດບຣູໄນ, ຕອນເຊົ້າວັນທີ 28/8, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ບຣູໄນ. ທີ່ເວທີປາໄສ, ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການຂອງຫວຽດນາມ ແລະ ບຣູໄນ ໄດ້ແນະນຳກັບວິສາຫະກິດສອງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນດ້ານເສດຖະກິດຊື່ງສອງຝ່າຍສາມາດຮ່ວມມື. ບັນດາວິສາຫະກິດພ້ອມກັນແລກປ່ຽນກ່ຽວກັບກາລະໂອກາດການລົງທຶນ ແລະ ເຊື່ອມຕໍ່ການຮ່ວມມືດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດສອງປະເທດ ເພື່ອຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ
“ເພື່ອໃຫ້ການພົວພັນດ້ານການຄ້າ, ການລົງທຶນຫວຽດນາມ -ບຣູໄນ ພັດທະນາສົມກັບຄວາມປາດຖະຫນາກໍຄືຄວາມສາມາດບົ່ມຊ້ອນການຮ່ວມມື. ຂ້າພະເຈົ້າສະເຫນີປະຊາຄົມວິສາຫະກິດທັງສອງຝ່າຍສະແດງບົດບາດຂອງຕົນຢ່າງແຮງກວ່າໃນການຍົກການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃຫມ່. ກ່ຽວກັບຂົງເຂດການລົງທຶນ, ພວກຂ້າພະເຈົ້າສົ່ງເສີມບັນດາວິສາຫະກິດ ບຣູໄນ ເຂົ້າມາລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດ ຊື່ງພວກເພື່ອນມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ ແລະ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ບຣູໄນ ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ພ້ອມກັນພັດທະນາຄື: ພະລັງງານ, ນ້ຳມັນອາຍແກສ, ການເງິນ, ອາສັງຫາລິມະຊັບ, ການທ່ອງທ່ຽວ, ພັດທະນາພື້ນຖານໂຄງລ່າງ.”