ທ່ານປະທານປະເທດເຈີ່ນດ້າຍກວາງເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີອາເມລິກາ Donald Trump

(VOVWORLD) -ຕອນເຊົ້າວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີສະຫະລັດອາເມລິກາ Donald Trump ຢ່າງສົມກຽດ.

ທ່ານປະທານປະເທດເຈີ່ນດ້າຍກວາງເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີອາເມລິກາ Donald Trump - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງເປັນປະທານພິທີຕ້ອນຮັບ

ທ່ານປະທານາທິບໍດີອາເມລິກາ Donald Trump)

ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງທ່ານປະທານາທິບໍດີ Donald Trump ແລະ ໄດ້ຮັບການປະຕິບັດໃນປີທຳອິດຂຶ້ນກຳອຳນາດ, ສະແດງໃຫ້ເຫັນການຖືເປັນສຳຄັນການພົວພັນຫວຽດນາມ - ອາເມລິກາ, ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.

        ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີອາເມລິກາ Donald Trump. ຫຼັງຈາກນັ້ນ 2 ຝ່າຍໄດ້ຈັດການປະຊຸມຂ່າວຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ