ທ່ານປະທານປະເທດເຈືອງເຕີນຊາງເຮັດວຽກກັບສະມາຄົມທະນາຍຄວາມຫວຽດນາມ

ທ່ານປະທານປະເທດເຈືອງເຕີນຊາງເຮັດວຽກກັບສະມາຄົມທະນາຍຄວາມຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງເຮັດ​ວຽກ​ກັບ​
ສະ​ມາ​ຄົມ​ທະ​ນາຍ​ຄວາມ
ພາບ:baochinhphu.vn

(vovworld)- ​ວັນ​ທີ 14/8, ທີ່​ກາ​ນ​ເຮັດ​ວຽກ​ກັບ​ສະ​ມາ​ຄົມ​ທະ​ນາຍ​ຄວາມ​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ​ຖື​ວ່າ: ສະ​ມາ​ຄົມ​ໄດ້​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ຫນ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ຍູ້​ແຮງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຫນູນ​ຊ່ວຍ​ດ້ານ​ກົດ​ໝາຍ​ໃຫ້​ບັນ​ດາ​ກຸ​່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່, ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ: ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະ​ມ​າ​ຄົມ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຕິ​ຮູບ​ຕຸ​ລາ​ການ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ​ປະ​ທານ​ປະ​ເທດ ສະ​ເຫນີ ສະ​ມາ​ຄົມ​ທະ​ນາຍ​ຄວາມ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ບຳ​ລຸງ​ສ້າງ, ຝືກ​ຝົນ​ຫລໍ່​ຫລອມ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ດ້ານ​ພາ​ສາ​ຕ່າງ​ປະ​ເທດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ມາ​ຄົມ, ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ ແລະ ​ການຊື່ອມ​ໂຍງຂອງ​ປະ​ເທດ​ຊາດ ແລະ ວິ​ສາ​ຫະ​ກິດ​ນັບ​ມື້​ນັບ​ເລິກ​ເຊິ່ງ.

 

 

 

ຂ່າວ/ບົດ​ອື່ນ