ທ່່ານປະທານປະເເທດ Truong Tan Sang ໃຫ້ການຕ້ອນຮັບ ພວກຫຼານອະນຸຊົນດີເດັ່ນ

ທ່່ານປະທານປະເເທດ Truong Tan Sang ໃຫ້ການຕ້ອນຮັບ ພວກຫຼານອະນຸຊົນດີເດັ່ນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang
ພ້ອມກັບພວກ​ຫຼານ​ອະນຸຊົນ
(ພາບ: TTXVN)


Vovworld- ເນື່ອງ​ໃນ​ໂອກາດ​ວັນ​ເດັກ​ສາກົນ( 1/6),ຕອນ​ບ່ານ​ວັນ​ທີ 31/5, ຢູ່​ຮ່າ​ໂນ້ຍ,​ ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ພວກ​ຫຼານ​ອະນຸຊົນດີ​ເດັ່ນ​ຈຳນວນ 50 ຄົນ ທີ່​ມີ​ສະພາບ​ຄອບ​ຄົວ​ຫຍຸ້ງຍາກ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ. ພວກ​ຫຼານ​ອະນຸຊົນ​ທີ່​ເຂົ້າ​ຮ່ວມ​ການ​ພົບ​ປະ​ລ້ວນ​ແຕ່​ແມ່ນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຢືນຢັນ​ວ່າ : ພັກ, ລັດ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຕໍ່​ພວກ​ຫຼານ​ອະນຸຊົນ, ພິເສດ ແມ່ນ ພວກ​ຫຼານ​ອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານກ່າວວ່າ :

  “  ອາດເວົ້າໄດ້ວ່າ ພວກ​ຫຼານ​ອະນຸຊົນມີຄວາມມານະພະຍາຍາມຢ່າງສູງເພື່ອ ຜ່ານຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ຄອບຄົວ​ເພ່ືອ​ກ້າວ​ຂຶ້ນ. ພວກ​ຫຼານ​ແມ່ນ​ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດທີ່​ຍັງ​ໜຸ່ມ​ແໜ້ນ, ​ແມ່ນ​ລຸ່ນຄົນ​ສືບ​ທອດ​ໃນ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ. ພວກ​ຫຼານ​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ໝູ່​ອະນຸຊົນ​ບົນ​ເສັ້ນທາງ​ແຫ່ງ​ການ​ຮ່ຳຮຽນ, ສູ້​ຊົນ​ຂອງ​ຕົນ​ເພື່ອ​ກ້າວ​ຂຶ້ນ ”

 

ຂ່າວ/ບົດ​ອື່ນ