ໂດຍໂດ້ສືບຕໍ່ລາຍການຢ້ຽມຢາມສັນຖະວະໄມຕີລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນຄ່ຳວັນທີ 9/12, ຕາມເວລາຫວຽດນາມ, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮູ່ງໄດ້ພົບປະກັບເຈົ້າຟ້າຊາຍ Andrew ແລະເຂົ້າຮ່ວມເວທີປາໄສຫວຽດນາມ-ອັງກິດ.
ເຂົ້າຮ່ວມເວທີປາໄສຫວຽດນາມ-ອັງກິດໂດຍເຈົ້າຟ້າຊາຍ Andrew ເປັນປະທານ ມີນັກທຸລະກິດຫວຽດນາມ ແລະອັງກິດ 300 ຄົນ. ກ່າວຄຳເຫັນນະທີ່ນີ້, ເຈົ້າຟ້າຊາຍ Andrew ຢັ້ງຢືນວ່າ ອັງກິດ ແລະຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດ, ສອງປະເທດພວມເປີດໄລຍະໃໝ່ໃຫ້ແກ່ການພັດທະນາຢ່າງຮອບດ້ານ, ສະນັ້ນ, ນັກທຸລະກິດສອງປະເທດຄວນເພີ່ມທະວີການພົວພັນຮ່ວມມືນຳກັນ. ສ່ວນທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮູ່ງຢືນຢັນວ່າ: “ສະພາແຫ່ງຊາດຫວຽດນາມ, ລັດຖະບານຫວຽດນາມ ແລະປະຊາຊົນຫວຽດນາມປາດຖະໜາ ຢາກຮ່ວມມືກັບອັງກິດ ບໍ່ພຽງແຕ່ໃນດ້ານການເມືອງ, ການທູດເທົ່ານັ້ນ, ຫາກຍັງຢາກຕ້ອນຮັບບັນດານັກທຸລະກິດອັງກິດມາຫວຽດນາມລົງທຶນໃນທຸກໆຂົງເຂດອີກດ້ວຍ. ແນ່ນອນວ່າ ການຮ່ວມມມືດ້ານການລົງທຶນຈະຊຸກຍູ້ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ກິລາກາຍະກຳ, ການທ່ອງທ່ຽວ ແລະຈະເຮັດໃຫ້ນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງປະເທດໜັກແໜ້ນກ່ວາອີກ”
ໃນວັນດຽວກັນ, ຢູ່ສະໜາມບິນ Gatwick ລາຊະອານາຈັກອັງກິດ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ເປີດສາຍການບິນໂດຍກົງທຳອິດຢ່າງເປັນທາງການ ເຊື່ອມຈອດນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈິມິນກັບລາຊະອານາຈັກອັງກິດ.