ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບກະຊວງ ຕຳຫຼວດ
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ເຮັດວຽກກັບກະຊວງຕຳຫຼວດ)
(vovworld) - ທີ່ການເຮັດວຽກກັບກະຊວງຕຳຫຼວດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ ອົງຄະນະພັກຕຳຫຼວດສູນກາງ ແລະ ບັນດາອົງຄະນະພັກສັງກັດ ໄດ້ຈັດຕັ້ງວຽກງານຊາບຊືມ, ຜັນຂະຫຍາຍມະຕິສູນກາງຄັ້ງທີ 4 ຊຸດທີ 9 ກ່ຽວກັບ “ການກໍ່ສ້າງ ແລະ ພັດທະນານະຄອນດ່ານັ້ງ ໃນໄລຍະຫັນປະເທດຊາດ ເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”. ແລະ ປະຕິບັດຕາມຄຳສັ່ງເລກທີ 03 ຂອງກົມການເມືອງ “ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ” ຢ່າງເຂັ້ມງວດ, ຖືກກັບຂໍ້ກຳນົດ ແລະ ບັນລຸໄດ້ປະສິດທິຜົນສູງ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ອົງຄະນະພັກຕຳຫຼວດສູນກາງ ຕ້ອງເສີມຂະຫຍາຍໝາກຜົນບັນດາມາດຕະການແກ້ໄຂກ່ຽວກັບວຽກງານກໍ່ສ້າງພັກ, ວຽກງານການເມືອງ, ແນວຄິດ... ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກໍ່ຮຽກຮ້ອງໃຫ້ກຳລັງຕຳຫຼວດເອົາໃຈໃສ່ນຳການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ເຂົ້າໃນບັ້ນດຳເນີນຊີວິດຂອງໜ່ວຍພັກ, ຍ້ອງຍໍບັນດາແບບຢ່າງທີ່ດີເດັ່ນຢ່າງທັນການ ແລະ ຂະບວນການແຂ່ງຂັນຕ້ອງຕິດພັນກັບໂຄງການເຄື່ອນໄຫວຂອງແຕ່ລະຫົວໜ່ວຍຢ່າງລະອຽດ.