ທ່ານປະທານສະພາແຫ່ງຊາດ ແອນຊານວາດໍ Sigfrido Reyes ເຄື່ອນໄຫວຢ້ຽມຢາມ ຫວຽດນາມ
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບ ປະທານສະພາແຫ່ງຊາດແອນຊານວາດໍ Sigfrido Reyes
|
Vovworld- ໂດຍຮັບຄຳເຊີນຈາກທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ, ຕອນເຊົ້າວັນທີ 6/6, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ແອນຊານວາດໍ ໂດຍທ່ານ ທ່ານປະທານສະພາແຫ່ງຊາດ Sigfrido Reyes ນຳໜ້າ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 6 ຫາວັນທີ 11/6.
ຕອນບ່າຍຂອງວັນດຽວກັນ, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ໄດ້ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດແອນຊານວາດໍ Sigfrido Reyes. ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ເນັ້ນໜັດວ່າ ເຖິງວ່າ ຫາກໍໄດ້ສ້າງຕັ້ງການພົວພັນທາງການທູດກໍຕາມ, ແຕ່ຫວຽດນາມ ແລະ ແອນຊານວາດໍ ໄດ້ມີສາຍພົວພັນມາແຕ່ດົນນານແລ້ວ. ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ສະແດງຄວາມຫວັງວ່າ 2 ຝ່າຍຄວນຕັ້ງໜ້າຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນໃນບັນດາເວທີ່ປາໄສຫຼາຍຝ່າຍຊຶ່ງ ສະພາແຫ່ງຊາດ ຂອງ 2 ປະເທດແມ່ນສະມາຊິກ. ສ່ວນທ່ານປະທານສະພາແຫ່ງຊາດແອນຊານວາດໍ Sigfrido Reyes ຢືນຢັນວ່າ ຈຸດປະສົງຂອງການຢ້ຽມຢາມຂອງຄະນະຄັ້ງນີ້ ແມ່ນເພື່ອແນໃສ່ຊອກຮູ້, ເພີ່ມທະວີກາລະໂອກາດຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ. ທ່ານປະທານສະພາແຫ່ງຊາດແອນຊານວາດໍ Sigfrido Reyes ສະແດງຄວາມຫວັງວ່າ ຢາກແບ່ງປັນ ແລະ ແລກປ່ຽນບົດຮຽນຂອງແຕ່ລະປະເທດໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ, ຜ່ານນັ້ນ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານປະທານສະພາແຫ່ງຊາດແອນຊານວາດໍ Sigfrido Reyes ຍັງໃຫ້ຮູ້ຕື່ມວ່າ ປະຈຸບັນນະໂຍບາຍການຕ່າງປະເທດຂອງແອນຊານວາດໍ ກໍມຸ່ງໄປສູ່ພາກພື້ນອາຊີປາຊີຟິກ, ໃນນັ້ນມີຫວຽດນາມ. ແອນຊານວາດໍ ສະໜັບສະໜູນ ແລະ ໜູນຊ່ວຍຫວຽດນາມໃນການເປີດກ້ວາງການພົວພັນຮ່ວມມືກັບພາກພື້ນອາເມລິກາກາງ ທີ່ມີບໍລິມາດນ້ຳມັນ ແລະ ນ້ຳຈືດຢ່່າງຫຼວງຫຼາຍໃນໂລກ.
ຕອນບ່າຍຂອງວັນດຽວກັນ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ ກໍໄດ້ໃຫ້ການຕ້ອນຮັບ ທ່ານປະທານສະພາແຫ່ງຊາດແອນຊານວາດໍ Sigfrido Reyes ຢ່າງສະໜິດ ສະໜົມ.