ທ່ານ​ປະທານ​ອົງການກວດ​ສອບ​ບັນຊີລັດເຊຍ ຢ້ຽມຢາມຫວຽດນາມ

  ຕອນ​ເຊົ້າວັນ​ທີ 5/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ສະຫະພັນ​ລັດ​ເຊຍ Sergei Vadimovich Stepashin ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ສະຫະພັນ​ລັດ​ເຊຍ Sergei Vadimovich Stepashin ​ໄດ້​ແຈ້ງ​ໃຫ້​ປະທານ​ປະ​ເທດ​ຫວຽດນາມ​ຊາບ​ກ່ຽວ​ກັບ​ລາຍການ ​ແລະ​ໝາກຜົນ​ຂອງ​ການກວດ​ຊອບ​ບັນຊີ​ລວມກັບ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ໃນໂຄງການ​ຮ່ວມ​ມື​ຂະໜາດ​ໃຫ່ຍຈຳນວນ​ໜື່ງລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ສອງ​ປະ​ເທດ ​ແລະ​ເນັ້ນໜັກ​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຫວຽດນາມ ​ແລະ​ສະຫະພັນ​ລັດ​ເຊຍ​ຈະ​ມີ​ຫລາຍ​ກິດຈະການຮ່ວມມີ​ຂະໜາດ​ໃຫ່ຍ, ມີ​ມູນ​ຄ່າ​ດ້ານ​ເສດຖະກິດ​ສູງ, ສະນັ້ນ ການ​​ເຂົ້າຮ່ວມ​ຂອງ​ຂະ​ແໜງ​ກວດສ​ອບ​ບັນຊີ​ນັບ​ແຕ່​ໄລຍະ​ຕົ້ນ​ແມ່ນ​ຈຳ​ເປັນ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ