ທ່ານປະທານາທິບໍດີ Donald Trump ພິຈາລະນາເກັບພາສີສິນຄ້າ ຈີນ 100 ຕື້ USD

(VOVWORLD) - ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ສືບຕໍ່ປີນຂັ້ນໄດ ດ້ວຍບັນດາການກະທຳຕາຕໍ່ຕາຢ່າງລຽນຕິດລະຫວ່າງ 2 ປະເທດມະຫາອຳນາດແຖວໜ້າໂລກ
ທ່ານປະທານາທິບໍດີ Donald Trump ພິຈາລະນາເກັບພາສີສິນຄ້າ ຈີນ 100 ຕື້ USD - ảnh 1  ທ່ານປະທານາທິບໍດີ ອາເມລິກາ Donald Trump

ເມື່ອວັນທີ 05 ເມສາ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ຈະຮຽກຮ້ອງກະຊວງການຄ້າປະເທດນີ້ ພິຈາລະນາຂຶ້ນການເກັບພາສີເພີ່ມເຕີມໃຫ້ທົບ 2 ເທົ່າສຳລັບສິນຄ້ານຳເຂົ້າຈາກຈີນ.

        ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 05 ເມສາ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ: ໄດ້ຮ້ອງຟ້ອງເຖິງອົງການການຄ້າໂລກ (WTO) ກ່ຽວກັບເລື່ອງ ອາເມລິກາ ຂຶ້ນການເກັບພາສີ ສຳລັບປະເພດສິນຄ້າເຫຼັກກ້ານຳເຂົ້າ.

        ກ່ອນໜ້ານັ້ນ, ວັນທີ 04 ເມສາ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ WTO ຈາງແຊງເຈີ໋ນ ຢືນຢັນວ່າ ແຈ້ງການຂອງ ອາເມລິກາ ກ່ຽວກັບບັນດາມາດຕະການພຽງລຳພັງຝ່າຍດຽວທີ່ແນໃສ່ ຈີນ ຕາມຂໍ້ 301 ແມ່ນການລະເມີດ ແລະ ຈົງໃຈລະເມີດຫຼັກການພື້ນຖານຂອງ WTO ກ່ຽວກັບການບໍ່ຈຳແນກການປະພຶດ ແລະ ພາສີຈຳກັດ.

ຕອບກັບ

ຂ່າວ/ບົດ​ອື່ນ