ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ລັດ​ເຊຍ

(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ເນັ້ນໜັກວ່າ ຢູແກຼນ ພ້ອມແລ້ວທີ່ຈະແກ້ໄຂການປະທະກັນຢູ່ Donbas ບໍ່ພຽງແຕ່ໃນຂອບເຂດ 4 ປະເທດ Normandy ເຊິ່ງລວມມີ ຢູແກຼນ, ລັດເຊຍ, ເຢຍລະມັນ ແລະ ຝລັ່ງ ເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງ ອາເມລິກາ ອີກດ້ວຍ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy (ພາບ: AFP/TTXVN)

ວັນທີ 26 ພະຈິກ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ຖະແຫຼງວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ ກ່ຽວກັບວິກິດການຢູ່ Donbas, ພາກຕາເວັນອອກ ຢູແກຼນ. ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ເນັ້ນໜັກວ່າ ຢູແກຼນ ພ້ອມແລ້ວທີ່ຈະແກ້ໄຂການປະທະກັນຢູ່ Donbas ບໍ່ພຽງແຕ່ໃນຂອບເຂດ 4 ປະເທດ Normandy ເຊິ່ງລວມມີ ຢູແກຼນ, ລັດເຊຍ, ເຢຍລະມັນ ແລະ ຝລັ່ງ ເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງ ອາເມລິກາ ອີກດ້ວຍ. ຢູແກຼນ ມີເຈດຕະນາດີຊອກຫາມາດຕະການທາງການທູດສຳລັບວິກິດການນີ້.

        ໃນຖະແຫຼງການສະບັບໜຶ່ງທີ່ກ່ຽວຂ້ອງ, ໃນວັນດຽວກັນ ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານ “ອາດຈະມີການໂອ້ລົມສົນທະນາກັບການນຳຂອງ ລັດເຊຍ ແລະ ຢູແກຼນ” ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນ ກ່ຽວກັບບັນດາຊາຍແດນລະຫວ່າງ ລັດເຊຍ ແລະ ຢູແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ