ທ່ານປະທານາທິບໍດີ ອັກຊັງຕີນ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານປະທານາທິບໍດີ ອັກຊັງຕີນ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ
ພົບປະກັບ​ປະທານາທິບໍດີ​ອັກ​ຊັງ​ຕີນ
(ພາບ: qdnd.vn)


(vovworld) -     ພິທີ​ຕ້ອນຮັບ​ປະທານາທິບໍດີ​ອັກ​ຊັງ​ຕີນ Cristina Fernandez de Kirchner ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 21/01, ຢູ່​ຮ່າ​ໂນ້ຍ. ພາຍ​ຫຼັງພິທີ​ຕ້ອນຮັບ, ທ່ານ​ປະທານາທິບໍດີ​ອັກ​ຊັງ​ຕີນ Cristina Fernandez de Kirchner ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ; ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 19/01, ຢູ່​ນະຄອນ ​ໂຮ່ຈິ​ມິນ, ທ່ານ​ປະທານາທິບໍດີ​ອັກ​ຊັງ​ຕີນ ​ໄດ້​ໄປ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ ​ແລະ ມີ​ການເຮັດ​ວຽກ​ກັບທ່ານປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ.

        ​ປະທານາທິບໍດີ​ອັກ​ຊັງ​ຕີນ ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ ໃນ​ລະຫວ່າງ​ວັນ​ທີ 18 – 21/01, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ. ການ​ຢ້ຽມຢາມ​ຂອງທ່ານ​ປະທານາທິບໍດີ​ອັກ​ຊັງ​ຕີນ ຈະ​ສ້າງ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

        ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ໜັງສືພິມ​ໃຫຍ່​ຂອງ​ຫວຽດນາມ ສະບັບ​ອອກ​ວັນ​ທີ 21/01 ມີ​ຫຼາຍ​ບົດ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ຫວຽດນາມ - ອັກ​ຊັງ​ຕີນ. ບົດ​ນຳ​ຂອງ​ໜັງສືພິມ​​ເຍິນ​ເຢີ​ນ (ປະຊາຊົນ) ທີ່​ມີ​ຫົວ​ຂໍ້​ວ່າ “​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອັກ​ຊັງ​ຕີນ” ​ໄດ້ຊີ້​ແຈ້ງ​ວ່າ ​ນັບ​ແຕ່​ 2 ປະ​ເທດສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​​ເມື່ອ​ເດືອນ 10/1973, ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການພັດທະ​ອັນ​ດີງາມ. ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ​ຫວຽດນາມ - ອັກ​ຊັງ​ຕີນ ​ໃນ​ການ​ຢ້ຽມຢາມ ອັກ​ຊັງ​ຕີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຢືນຢັນ​ວ່າ ການ​ພົວພັນ​ຂອງ 2 ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ທຸກ​ຂົງ​ເຂດ ​ແລະ ບັນລຸລະດັບ​ຍຸດ​ທະ​ສາດ. ອັກ​ຊັງ​ຕີນ ​ແລະ ຫວຽດນາມ ​ໄດ້​ມີ​ຫຼັກ​ໝັ້ນ​ທີ່ຄ້າຍຄື​ກັນ, ​​ໄດ້ແບ່ງປັນ ​ແລະ ສະໜັບສະໜູນ​ບັນດາ​ທັດສະນະ​ນຳ​ກັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນຢູ່​ທີ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ອົງການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ.

        ບົດ​ນຳ​ດ້ວຍ​ຫົວ​ຂໍ້​ວ່າ “ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອັກ​ຊັງ​ຕີນ” ຂອງ​ໜັງສື​ພິມ​ ກວນ​ດ້ວຍ​​ເຢີ​ນ​ຢີ​ນ (​ກອງທັບ​ປະຊາຊົນ) ​ໄດ້​ເນັ້ນ​ໜັກ​ວ່າ ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອັກ​ຊັງ​ຕີນ ​ໄດ້​ຮັບ​ການ​ພັດທະນາ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ໃຫ້​ທັງ 2 ປະ​ເທດ ກໍ​ຄື​ທັງ 2 ພາກ​ພື້ນ. ອັກ​ຊັງ​ຕີນ ຈະ​​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ຫວຽດນາມ ມີ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ກຸ່ມ​ຕະຫຼາດ​ລວມ ອາ​ຟະ​ລິ​ກາ​ໃຕ້ ​ໃນ​ຂະນະ​ທີ່​ຫວຽດນາມ ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ອັກ​ຊັງ​ຕີນ ກັບ​ອາ​ຊຽນ.

ຂ່າວ/ບົດ​ອື່ນ