ທ່ານຫງວຽນຊິງຮຸ່ງສິ້ນສຸດການຢ້ຽມຢາມ ສາມປະເທດເອີລົບຢ່າງເປັນທາງການຢ່າງຈົບງາມ

ທ່ານຫງວຽນຊິງຮຸ່ງສິ້ນສຸດການຢ້ຽມຢາມ ສາມປະເທດເອີລົບຢ່າງເປັນທາງການຢ່າງຈົບງາມ - ảnh 1
ທ່ານ​ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ນາງ​ປະທານ​ສະພາ​ສູງ​ລັດ​ເຊຍ

(ພາບ: TTXVN)

(vovworld)- ​​ວັນ​ທີ 17/3, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ໄປ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ,  ສ.ສະຫະພັນ​ເຢຍລະ​ມັນ ​ແລະ ສ.​ໂປ​ໂລ​ຍ ຢ່າງ​ເປັນ​ທາງ​ການ​ຢ່າງ​ຈົບງາມ. ທີ່​ການ​ພົບ​ປະ​ເຈລະຈາ​ຄັ້ງຕ່າງໆ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ ລ້ວນ​ແຕ່​ຢືນຢັນ​ວ່າ: ​ສະພາ​ແຫ່ງ​ຊາດ, ລັດ​ຖະບານ ​ແລະ ປະຊາຊົນ​ຫວຽດນາມ ລ້ວນ​ແຕ່​ຖື​ເປັນ​ສຳຄັນ​ທີ່​ສຸດ ​ແລະ ປາດ​ຖະໜາ​ຢາກ​ໃຫ້ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ລັດ​ເຊຍ, ​ເຢຍລະ​ມັນ ​ແລະ ​ໂປ​ໂລ​ຍ ​ເລິກ​ເຊິ່ງຂຶ້ນ​ຕື່ມ. ການ​ນຳ​ບັນດາ​ປະ​ເທດ​ລັດ​ເຊຍ, ​ເຢຍລະ​ມັນ ​ແລະ ​ໂປ​ໂລ​ຍ ລ້ວນ​ແຕ່​ປາດ​ຖະໜາ​ຢາກ​ໃຫ້​ສອງ​ປະ​ເທດຈະ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ຮອບດ້ານ​ກ່ວາ​ອີກ​ໃນ​ທຸກໆ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະ​ທຳ, ການ​ສຶກສາ​ບຳລຸງ​ສ້າງ, ປັບປຸງ​ການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ກັບ​ຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ນຳ​ສະພາ​ແຫ່ງ​ຊາດສະຫະພັນ​ລັດ​ເຊຍ,  ສ.ສະຫະພັນ​ເຢຍລະ​ມັນ ​ແລະ ສ.​ໂປ​ໂລ​ຍ ຖື​ວ່າ: ການ​ຢ້ຽມຢາມ ຈະ​ສືບ​ຕໍ່​ປັບປຸງ ​ແລະ ​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ທັງ​ສະ​ເໜີ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ວຽກ​ງານ​ນິຕິບັນຍັດ, ຕິດຕາມ​ກວດກາ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ ​ເພື່ອ​ນັບ​ມື້​ນັບນຳ​ມາ​ເຊິ່ງປະສິດທິ​ຜົນອັນ​ແທດ​ຈິງ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ