ທ່ານຫງວຽນທ້ຽນເຍີນຕ້ອນຮັບປະທານແນວໂຮມປະຊາທິປະໄຕເອກະພາບປະເທດຊາດສປປ.ເກົາຫຼີ

ທ່ານຫງວຽນທ້ຽນເຍີນຕ້ອນຮັບປະທານແນວໂຮມປະຊາທິປະໄຕເອກະພາບປະເທດຊາດສປປ.ເກົາຫຼີ - ảnh 1
ທ່ານຫງວຽນ ທ້ຽນເຍີນຕ້ອນ ແລະ ທ່ານ Choe Jin Su

(vovworld) – ​​​ຕອນ​ບ່າຍ​ວັນ​ທີ 30/3, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Choe Jin Su, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ຊາ​ທິ​ປະ​ໄຕ​ເອ​ກະ​ພ​າບ​ປະ​ເທດ​ຊາດ ສ​ປ​ປ. ເກົາຫຼີ. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ: ຫວຽດ​ນາມ ແລະ ສ​ປ​ປ ເກົາຫຼີ ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູນ​ເຊື້ອ​ໂດຍ​​ທ່ານປະ​ທານ ໂຮ່​ຈີ​ມິນ ແລະ ປະ​ທານ Kim Il Sung ກໍ່​ຕັ້ງ ແລະ ເພີ່ມ​ພູນ​ຄູນ​ສ້າງ. ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ ສ​ປ​ປ. ເກົາຫຼີ ສືບ​ຕໍ່​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມນັ້ນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ. ສ່ວນ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມປະ​ຊາ​ທິ​ປະ​ໄຕ​ເອ​ກະ​ພາບ​ປະ​ເທດ​ຊາດ ສ​ປ​ປ ເກົາຫຼີ Choe Jin Su ປາດ​ຖະ​ໜາ​ຢາກ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​​ການ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ ຂອງ ຫວຽດ​ນາມ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ