ານນາຍົກລັດຖະມົນຕີຫງວຽນເຕິນຢຸງເຂົ້າຮ່ວມງານຕະຫຼາດນັດອາຊຽນ-ຈີນ
(ພາບ: vietnamplus.vn)
(vovworld)- ຕອນເຊົ້າວັນທີ 2/9, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເດີນທາງມາຮອດນະຄອນໜານໜິງ ແຂວງກວາງຊີ ປະເທດຈີນ, ເລີ່ມຕົ້ນບັນດາການເຄື່ອນໄຫວໃນງານຕະຫຼາດນັດ, ກອງປະຊຸມສຸດຍອດການລົງທຶນ-ການຄ້າອາຊຽນ-ຈີນ ຄັ້ງທີ 10. ນີ້ແມ່ນຄັ້ງທີ 4 ທີ່ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດການລົງທຶນ-ການຄ້າອາຊຽນ-ຈີນ ໃນຖານະເປັນຜູ້ນຳລັດຖະບານຫວຽດນາມ ຊື່ງສະແດງໃຫ້ເຫັນວ່າ: ພັກ, ລັດຫວຽດນາມ ໄດ້ຖືການພັດທະນາການພົວພັນຮ່ວມມືມິດຕະພາບຮອບດ້ານກັບຈີນ ເປັນສຳຄັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດການລົງທຶນ-ການຄ້າອາຊຽນ-ຈີນ ຄັ້ງນີ້ ກໍ່ແມ່ນການສະແດງໃຫ້ເຫັນຄວາມຕັ້ງໜ້າຂອງຫວຽດນາມ ຕໍ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ, ພ້ອມທັງເປັນການໜູນຊ່ວຍບັນດາວິສາຫະກິດຫວຽດນາມ ໃນການໂຄສະນາ, ແນະນຳບັນດາກາລະໂອກາດເປີດກ້ວາງການຮ່ວມມືດຳເນີນທຸລະກິດ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ.
ດ້ວຍຫົວເລື່ອງ “ພັດທະນາການຮ່ວມມືໃນພາກພື້ນ: ກາລະໂອກາດໃໝ່, ກຳລັງໜູນໃໝ່ ແລະ ໄລຍະໃໝ່“, ງານຕະຫຼາດນັດ, ວາງສະແດງອາຊຽນ-ຈີນ ປີນີ້ ມີຮ້ານວາງສະແດງສິນຄ້າປະມານ 3400 ຮ້ານ. ຈຸດສຸມຂອງງານຕະຫຼາດນັດແມ່ນເຂດວາງສະແດງແຫ່ງຊາດດ້ວຍຫົວເລື່ອງ “ນະຄອນທີ່ສວຍງາມ“ ເພື່ອແນໃສ່ແນະນຳ ແລະ ໂຄສະນານະຄອນດີເດັ່ນຂອງບັນດາປະເທດອາຊຽນ ແລະ ຈີນ, ໃນນັ້ນມີນະຄອນກູຍເຍິນ ແຂວງບິງດິ້ງ ຂອງຫວຽດນາມ. ຄະນະຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ດ້ວຍຮ້ານວາງສະແດງສິນຄ້າ 200 ຮ້ານ ແລະ ວິສາຫະກິດກ່ວາ 100 ແຫ່ງ, ນຳໜ້າບັນດາປະເທດອາຊຽນ ແລະ ສາກົນ.