ທ່ານຫງວຽນ​ເຕີນ​ຢຸງ ​ໃຫ້ການ​ ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນສູງ​ລາວ

ທ່ານຫງວຽນ​ເຕີນ​ຢຸງ ​ໃຫ້ການ​ ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນສູງ​ລາວ - ảnh 1

(ພາບປະກອບ)

(VOV)-  ​ຕອນ​ເຊົ້າວັນ​ທີ 10/12 ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ​ໃນ​ການ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນສູງ​ລາວ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ອາຊາ​ງ ລາວ​ລີ ​ເປັນ​ຫົວໜ້າ​ຄະນະ ​​  ​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ກອງ​ປະຊຸມ​ຮ່ວມ​ມື​ກໍ່ສ້າງ​ເສັ້ນຊາຍ​ແດ​ນຫວຽດນາມ-​ລາວ; ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ສຳຄັນ​ຂອງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ ​ໃນ​ການ​ຮ່ວມ​ມື​ກໍ່ສ້າງເສັ້ນຊາຍ​ແດ​ນຫວຽດນາມ-​ລາວ ສະຖຽນລະ​ພາບ ​ແລະ ພັດທະນາ​ຢ່າງຮອບດ້ານ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຈະ​ຮຽງ​ບ່າ​ຮຽງ​ໄລ່​ກັບພັກ, ລັດ, ລັດຖະບານ ​ແລະ ປະຊາຊົນລາວ ​ເພື່ອ​ປົກ​ປັກ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ, ນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ.

   ​ໃນ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ອາຊາ​ງ ລາວ​ລີ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມກ່ຽວ​ກັບ​ການ​ຮ່ວມ​ມືກໍ່ສ້າງເສັ້ນຊາຍ​ແດ​ນຫວຽດນາມ-​ລາວ ສະຖຽນລະ​ພາບ ​ແລະ ພັດທະນາ​. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ວາງ​ອອກ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃນ​​ໄລຍະຈະ​ມາ​ເຖິງ​ເພື່ອ​ແນ​ໃສ່ກໍ່ສ້າງເສັ້ນຊາຍ​ແດ​ນຫວຽດນາມ-​ລາວ ນັບ​ມື້​ນັບ​ມີ​ຄວາມສະຖຽນລະ​ພາບ ​ແລະ ພັດທະນາ​ຮ​ອບດ້ານ.

 

 

 

 

ຂ່າວ/ບົດ​ອື່ນ