ທ່ານຮອງນາຍົກລັດຖະມົນຕີຫວູ໋ວັນນິງ
(ພາບ:vnexpress.net)
(VOV)- ວັນທີ 30/11, ຢູ່ແຂວງນິງບິ່ງ, ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນເຂດທົ່ງພຽງແຕ່ນ້ຳແດງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູ໋ວັນນິງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງນິງບິ່ງ ຊື່ງໄດ້ພະຍາຍາມຮັກສາລະດັບການເຕີບໂຕດ້ານເສດຖະກິດຢູ່ໃນລະດັບດີ, ຄາດວ່າປີ 2012 ບັນລຸກ່ວາ 10%, ຫລຸດຜ່ອນອັດຕາຄອບຄົວທຸກຍາກລົງຕ່ຳກ່ວາ 9%. ທ່ານຮອງນາຍົກລັດຖະມົນຕີ ຫວູ໋ວັນນິງ ສະເໜີວ່າ, ໃນໄລຍະຈະມາເຖິງ, ແຂວງນິງບິ່ງ ຈະສືບຕໍ່ເສີມຂະຫຍາຍລັກສະນະຕັ້ງໜ້າ, ເປັນເຈົ້າການສົມທົບກັບບັນດາກະຊວງ,ຄະນະ, ຂະແໜງການສູນກາງ, ທ້ອງຖິ່ນໃນເຂດຢ່າງແໜ້ນແຟ້ນ ເພື່ອກວດກາການວາງແຜນຜັງ, ດຶງດູດເງິນລົງທຶນເຂົ້າໃນບາງໂຄງການເສດຖະກິດສູງເພື່ອສ້າງບາດກ້າວບຸກທະລຸ, ສູ້ຊົນຮອດປີ 2015 ຈະນຳຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມມີລັກສະນະຍືນຍົງ. ພ້ອມກັນນັ້ນ, ທ້ອງຖິ່ນມີບັນດາກົນໄກ, ນະໂຍບາຍເໝາະສົມເພື່ອດຶງດູດທຸກແຫຼ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດພັດທະນາພື້ນຖານໂຄງລ່າງທັນສະໄໝ, ເປີດກ້ວາງເສັ້ນທາງຄົມມະນາຄົມ, ໂດຍສະເພາະແມ່ນໃນເຂດຊົນນະບົດ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່.