ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຕ້ອນຮັບຮອງຜູ້ຊ່ວຍວຽກລັດຖະມົນຕີການຄ້າອາເມລິກາ

(VOVWORLD) -ພັກ ແລະ ລັດຫວຽດນາມ ຖືເປັນສຳຄັນການພົວພັນກັບອາເມລິກາ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຄູ່ຮ່ວມມືຮອບດ້ານໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ.

ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຕ້ອນຮັບຮອງຜູ້ຊ່ວຍວຽກລັດຖະມົນຕີການຄ້າອາເມລິກາ - ảnh 1 ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຕ້ອນຮັບຮອງຜູ້ຊ່ວຍວຽກລັດຖະມົນຕີການຄ້າອາເມລິກາ

(ພາບ: TTXVN)

ຕອນບ່າຍວັນທີ 10 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ ຫງວຽນວັນບິ່ງ ໄດ້ໃຫ້ການຕ້ອນຮັບທ່ານຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງການຄ້າອາເມລິກາ Robert Kaproth. ຢູ່ທີ່ນີ້, ທ່ານ ຫວຽນວັນບິ່ງ ເນັ້ນໜັກວ່າ, ພັກ ແລະ ລັດຫວຽດນາມ ຖືເປັນສຳຄັນການພົວພັນກັບອາເມລິກາ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຄູ່ຮ່ວມມືຮອບດ້ານໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ. ທ່ານ ຫງວຽນວັນບິ່ງ ຢືນຢັນວ່າ, ເສດຖະກິດ - ການຄ້າ ຍາມໃດກໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ 2 ປະເທດ, ສະນັ້ນ ຫວຽດນາມ ເອົາໃຈໃສ່ເຖິງການຊີ້ນຳ ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າກັບອາເມລິກາ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນອາເມລິກາ ມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ…

        ສ່ວນທ່ານ Robert Kaproth ໄດ້ແລກປ່ຽນກ່ຽວກັບບາງບັນຫາບຸລິມະສິດໃນນະໂຍບາຍເສດຖະກິດຂອງອາເມລິກາ ເວົ້າລວມ ແລະ ໃນການພົວພັນຮ່ວມມື 2 ຝ່າຍກັບຫວຽດນາມ ເວົ້າສະເພາະ, ກ່ຽວກັບສະພາບການ ແລະ ແງ່ຫວັງເສດຖະກິດຢູ່ພາກພື້ນ…

ຕອບກັບ

ຂ່າວ/ບົດ​ອື່ນ