ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີຍ້ອງຍໍ ນັກຮຽນຊາວຊົນເຜົ່າສ່ວນໜ້ອຍ
ພິທີຍ້ອງຍໍນັກຮຽນ ຊາວຊົນເຜົ່າສ່ວນໜ້ອຍທີ່ໄດ້ຮັບລາງວັນສູງໃນການເສັງລະດັບຊາດ
ແລະ ເສັງໄດ້ທີໜຶ່ງ, ດ້ວຍຄະແນນສູງເຂົ້າມະຫາວິທະຍາໄລ, ວິທະຍາໄລປີ 2013
(ພາບ: dantri.com.vn)
(vovworld) - ຕອນເຊົ້າວັນທີ 16/11, ຄະນະກຳມະການຊົນເຜົ່າໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ, ສຳນັກຂ່າວສານຫວຽດນາມ ຈັດຕັ້ງພິທີ “ຍ້ອງຍໍນັກຮຽນ ຊາວຊົນເຜົ່າສ່ວນໜ້ອຍທີ່ໄດ້ຮັບລາງວັນສູງໃນການເສັງລະດັບຊາດ ແລະ ເສັງໄດ້ທີໜຶ່ງ, ດ້ວຍຄະແນນສູງເຂົ້າມະຫາວິທະຍາໄລ, ວິທະຍາໄລປີ 2013”. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຊາດຫວຽດນາມ ມີມູນເຊື້ອມັກຮໍ່າຮຽນ, ບັນດາແບບຢ່າງບື່ນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກເພື່ອຮໍ່າຮຽນ ໄດ້ຮັບການເຊີດຊູຈາກວົງຄະນະຍາດ. ຍາມໃດຫວຽດນາມ ກໍ່ສະເໝີຕົ້ນສະໝີປ່າຍໃນການສຶກສາ, ບຳລຸງສ້າງແມ່ນລັດຖະນະໂຍບາຍອັນດັບໜຶ່ງ. ລັດໄດ້ລົງທຶນໃຫ້ການເຄື່ອນໄຫວຫຼາຍຢ່າງດ້ານການສຶກສາໃຫ້ເຂດຊົນເຜົ່າສ່ວນໜ້ອຍ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເວົ້າວ່າ.
“ໃນຊຸມປີຜ່ານມາ, ລັດໄດ້ລົງທຶນໃຫ້ແກ່ການເຄື່ອນໄຫວດ້ານການສຶກສາ ແລະ ບຳລຸງສ້າງນັບມື້ນັບຫຼາຍ, ໂດຍສະເພາະແມ່ນເຂດຊົນເຜົ່າສ່ວນໜ້ອຍ, ຜ່ານນັ້ນວຽກງານສຶກສາ ແລະ ບຳລຸງສ້າງບັນລຸໄດ້ບັນດາຜົນງານສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ບັນດາທ້ອງຖິ່ນ. ຂະແໜງສຶກສາຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ນອກຈາກສຸມໃສ່ຍົກສູງຄຸນນະພາບລວມແລ້ວ ໄດ້ເອົາໃຈໃສ່ເຖິງວຽກງານສຶກສາປາຍແຫຼມ, ບຳລຸງສ້າງນັກຮຽນເກັ່ງ. ຍາມໃດຂະບວນການແຂ່ງຂັ້ນສອນດີ, ຮຽນເກັ່ງກໍ່ໄດ້ຮັບການສົ່ງເສີມ. ບັນດານັກຮຽນຊາວຊົນເຜົ່າສ່ວນໜ້ອຍໄດ້ສູ້ຊົນບືນຕົວຂຶ້ນຍາດໄດ້ບັນດາລ້າງວັນສູງ”.
ໃນປີ 2013, ທົ່ວປະເທດມີນັກຮຽນຊົນເຜົ່າ 105 ຄົນ ຍາດໄດ້ລາງວັນສູງໃນການເສັ່ງນັກຮຽນເກັ່ງລະດັບຊາດ ຫຼື ຍາດໄດ້ລ້າງວັນທີໜຶ່ງໃນການເສັງເຂົ້າມະຫາວິທະຍາໄລ, ວິທະຍາໄລ.