(vovworld) - ຕອນເຊົ້າວັນທີ 17/10, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມເດືອນເພື່ອຜູ້ທຸກຍາກ ແຕ່ວັນທີ 17/10 -18/11 ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ຢືນຢັນວ່າ: ການຫລຸດຜ່ອນຄວາມທຸກຍາກ, ເບິ່ງແຍງຜູ້ທຸກຍາກແມ່ນຫນຶ່ງໃນບັນດາແຜນນະໂຍບາຍໃຫຍ່, ຍາມໃດ ກໍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຫວຽດນາມ. ນີ້ບໍ່ພຽງແຕ່ແມ່ນບັນຫາເສດຖະກິດ ຫາກຍັງແມ່ນພື້ນຖານເພື່ອຮັກສາຄວາມສະຖຽນລະພາບດ້ານການເມືອງ, ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ສະນັ້ນຮຽກຮ້ອງໃຫ້ທຸກຂັ້ນ, ຂະແຫນງການ ແລະທັງລະບົບການເມືອງສົມທົບກັນປະຕິດບັດ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຮຽກຮ້ອງໃຫ້ບັນດາອົງການ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ເຊີດຊູມູນເຊື້ອສາມັກຄີ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍວຽກງານລະອຽດເພື່ອຊ່ວຍເຫລືອທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ທຸກຍາກ ເປັນຕົ້ນແມ່ນປະຊາຊົນທຸກຍາກຢູ່ເຂດຫ່າງໄກສອກຫລີກ, ເຂດປະຊາຊົນຊົນເຜົ່າສ່ວນຫນ້ອຍ, ເຂດເຄີຍປະສົບໄພທຳມະຊາດ, ພະຍຸ.