ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Lim Jock Hoi

(VOVWORLD) - ຕອນເຊົ້າວັນທີ 27 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ແລະ ຜູ້ຕາງໜ້າຄະນະເລຂາທິການ ອາຊຽນ ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Lim Jock Hoi - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: baoquocte.vn)

ທ່ານ ຟ້າມບິ່ງມິງ ໄດ້ສະເໜີໃຫ້ຄະນະເລຂາທິການອາຊຽນຕັ້ງໜ້າສົມທົບແລະ ໜູນຊ່ວຍບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ໃນອາຍຸການ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2020. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັ້ດວ່າ ສິ່ງສຳຄັນທີ່ສຸດແມ່ນ ອາຊຽນຕ້ອງຮັບປະກັນຄວາມສາມັກຄີ, ຄວາມເປັນເອກະພາບ, ຮັກສາໄດ້ບົດບາດເປັນໃຈກາງເພື່ອຜ່ານຜ່າບັນດາສິ່ງທ້າທາຍ ແລະ ປັບຕົວໃຫ້ແທດເໝາະກັບບັນດາການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບການຢ່າງມີປະສິດທິຜົນ. ຄຽງຄູ່ກັນນັ້ນ, ອາຊຽນກໍ່ຄວນມານະພະຍາຍາມຍູ້ແຮງການເຊື່ອມຕໍ່ພາຍໃນກຸ່ມໃຫ້ຫຼາຍກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ ຫວຽດນາມ ຈະຕັ້ງໜ້າພ້ອມກັບບັນດາປະເທດອາຊຽນປະກອບສ່ວນຊຸກຍູ້ການພົວພັນຢ່າງສະໜິດແໜ້ນ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ສປຊ ກັບບັນດາອົງການໃນພາກພື້ນຄືອາຊຽນ.

        ສ່ວນທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຢັ້ງຢືນວ່າ ຄະນະເລຂາທິການ ອາຊຽນ ຈະຕັ້ງໜ້າສົມທົບ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍເຫຼືອບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໃນວິວັດທະນາການ ຫວຽດນາມດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ