ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໂອ້ລົມຫົວເລື່ອງສະເພາະກັບພະນັກງານຄະນະຊາວໜຸ່ມ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໂອ້ລົມຫົວເລື່ອງສະເພາະກັບພະນັກງານຄະນະຊາວໜຸ່ມ - ảnh 1
ກອງ​ປະຊຸມ​ຄະ​ນະບໍລິຫານງານ​ສູງ​ກາງ​ຄະນະ​ຊາວ​ໜຸ່ມ​
ກອມ​ມູນິດ​ໂຮ່ຈິ​ມິນ ຄັ້ງ​ທີ 3, ຊຸດ​ທີ 10
(ພາບ: doanthanhnien.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 30/06, ທີ່​ກອງ​ປະຊຸມ​ຄະ​ນະບໍລິຫານງານ​ສູງ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຄັ້ງ​ທີ 3, ຊຸດ​ທີ 10, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນ​ຕີ ​ໄດ້ໂອ້​ລົມ​ຫົວ​ເລື່ອງ​ສະ​ເພາະ “ການ​ສ້າງ​ທ່າ​ແຮງ​ກ່ຽວ​ກັບ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ກາລະໂອກາດ​​ໂລກາ​ພິວັດເພື່ອ​ພັດທະນາ​​ໃຫ້ໄວ້​ກວ່າ ​ແລະ ໝັ້ນຄົງ, ​ເຂັ້ມ​ແຂງ”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ ບົດບາດ​ຂອງ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ຈະຊ່ວຍ​ສ້າງ​ແຮງງານ​ທີ່​ມີ​ສະມັດ​ຕະພາບ, ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ​ໃນ​ໄລຍະ​ຜ່ານ​ມາ ​ແຫຼ່ງຊັບພະຍາກອນ​ມະນຸດຜ່ານ​ການ​ບຳລຸ​ງສ້າງ​ຂອງ​ ຫວຽດນາມ​ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ, ຈາກ​ 6 ລ້ານ​ຄົນ​ໃນປີ 2000 ຂຶ້ນ​ເຖິງ 20,1 ລ້ານ​ຄົນໃນ​ປີ 2012. ນີ້​ແມ່ນ​ປະຖົມປັດ​ໃຈ​ສຳຄັນ​ເພື່ອ​ພັ​ດທະນາ ​ແລະ ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ ຍາມ​ໃດພັກ ​ແລະ ລັດ ກໍ່​ເອົາ​ໃຈ​ໃສ່ພິ​ເສດ​ເຖິງການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ ​ແລະ ​ໄດ້​ສະ​​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຄື: ຍຸດ​ທະ​ສາດ​ພັດທະ​ນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຫວຽດນາມ ​ໄລຍະ 2011 – 2020, ຍຸດ​ທະ​ສາດ​ພັດທະນາ​ການ​ສຶກສາ, ສອນ​ວິຊາ​ຊີບ​ໄລຍະ 2011 – 2020, ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ​ຮອດ​ປີ 2020, ​ໂຄງການ​ພັດທະນາ​ກະສິກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ... ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ກໍ​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ