ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີສ້າງຕັ້ງສູນເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສານພິດເຄມີ

(VOVWORLD) -  ຕອນບ່າຍວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ສໍານັກງານປະຈໍາການຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກໝິ່ນບໍ່ທັນແຕກ ແລະ ສານພິດເຄມີ ພາຍຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນໍາ 701) ໄດ້ຈັດຕັ້ງ ພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງສູນເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສານພິດເຄມີ ແລະ ສິ່ງແວດລ້ອມ (NACCET).
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີສ້າງຕັ້ງສູນເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສານພິດເຄມີ - ảnh 1 ບັນດາຜູ້ແທນຖ່າຍຮູບທີ່ພິທີປະກາດ (ພາບ: baoquocte.vn)

        ສູນດັ່ງກ່າວ ໂດຍກະຊວງປ້ອງກັນປະເທດຫວຽດນາມ ຊີ້ນໍາໂດຍກົງ; ໂດຍມີກອງບັນຊາການ ເຄມີສາດ ຄຸ້ມຄອງບໍລິຫານ, ດ້ວຍໜ້າທີ່ເປັນປະທານບໍລິຫານ, ສົມທົບ, ຈັດຕັ້ງຜັນຂະຫຍາຍການປະຕິບັດໜ້າທີ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສານພິດເຄມີໃນສິ່ງແວດລ້ອມ ແລະ ໃນຄົນ ພາຍຫຼັງສົງຄາມ; ຈໍາກັດການມົນລະພິດສານພິດເຄມີ, ທາດທີ່ເປັນຜົນຮ້າຍ, ໄພອັນຕະລາຍຈາກທາດເຄມີທາດເບື່ອ ແລະ ສິ່ງແວດລ້ອມໃນຂອບເຂດທົ່ວປະເທດ; ຮັບຜິດຊອບການກໍ່ສ້າງ, ຄຸ້ມຄອງຂໍ້ມູນຂ່າວສານ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສານພິດເຄມີ ພາຍຫຼັງສົງຄາມ; ຈໍາກັດມົນລະພິດຈາກສານພິດເຄມີ, ແກ້ໄຂທາດທີ່ເປັນຜົນຮ້າຍ, ແກ້ໄຂໄພອັນຕະລາຍຈາກສານພິດເຄມີ, ທາດເບື່ອ ແລະ ສິ່ງແວດລ້ອມ.  

ຕອບກັບ

ຂ່າວ/ບົດ​ອື່ນ