ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ເຮັດວຽກກັບກະຊວງຍຸຕິທຳ

(VOVWORLD) - ຕອນບ່າຍວັນທີ 25 ພະຈິກ, ທີ່ຮ່າໂນ້ຍ, ກະຊວງຍຸຕິທຳ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານປະຕິບັດຄຳຕັດສິນຂອງສານທາງແພ່ງປີ 2018. 
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ເຮັດວຽກກັບກະຊວງຍຸຕິທຳ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ (ພາບ: VGP)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ຊີ້ແຈ້ງວ່າ: ວຽກງານປະຕິບັດຄຳຕັດສິນຂອງສານທາງແພ່ງ, ການປະຕິບັດຄຳຕັດສິນຂອງສານກ່ຽວກັບດ້ານບໍລິຫານຕ້ອງຕິດພັນກັບຄວາມຮຽກຮ້ອງຕ້ອງການສ້າງພື້ນຖານຍຸຕິທຳປະຊາຊົນ, ສືບຕໍ່ປ່ຽນແປງໃໝ່ລະບົບການຈັດຕັ້ງ, ການຄຸ້ມຄອງ, ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງບັນດາຫົວໜ່ວຍພາກລັດ ແລະ ແຜນນະໂຍບາຍສ້າງລັດຖະບານ “ສ້າງສັນ, ພັດທະນາ, ສັດຊື່ບໍລິສຸດ ແລະ ຮັບໃຊ້”. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີວ່າ ປີ 2018 ກະຊວງຍຸຕິທຳຄວນຊີ້ນຳອົງການປະຕິບັດຄຳຕັດສິນຂອງສານຂັ້ນທ້ອງຖິ່ນ ສຸມໃສ່ແກ້ໄຂບັນດາວຽກງານທີ່ມີເງື່ອນໄຂປະຕິບັດຄຳຕັດສິນຂອງສານຢ່າງເຖິງຖອງ. ບັນດາອົງການປະຕິບັດຄຳຕັດສິນຂອງສານ ຄວນສືບຕໍ່ເພີ່ມທະວີວຽກງານກວດກາເອງ, ກວດກາ, ປັບປຸງ ແລະ ກ່າວເຕືອນ, ປ້ອງກັນບັນດາການລະເມີດ, ຜິດພາດໃນທົ່ວລະບົບຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ