ທ່ານຮອງນາຍົກລັດຖະມົນຕີຟ໋າມບິ່ງມິງພົບປະກັບຜູ້ມີສິດເລືອກຕັ້ງແຂວງຖ໋າຍຫງວຽນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ
ການກະຊວງການຕ່າງປະເທດ ຟ໋າມບິ່ງມິງ
(VGP)
(vovworld)- ໃນວັນທີ 8/5, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ໋າມບິ່ງມິງ ພ້ອມດ້ວຍ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 3 ທ່ານີ່ຂື້ນກັບຫົວໜ່ວຍເລືອກຕັ້ງ ເລກ 3 ແຂວງທ໋າຍຫງວຽນ ພົບປະຜູ້ມີສິດເລືອກຕັ້ງ ນະຄອນຊົງກົງ. ກ່າວຄວາມເຫັນຕໍ່ຜູ້ມີສິດເລືອກຕັ້ງ ນະຄອນຊົງກົງ, ທ່ານຮອງນາຍົກລັດຖະມົນຕີ ຟ໋າມບິ່ງມິງ ເນັ້ນໜັກວ່າ ບັນດາໜ້າທີ່ຈຸດສຸມຂອງປະເທດ ໃນໄລຍະປັດຈຸບັນ ຄືການກໍ່ສ້າງ ແລະ ປັບປຸງລະບອບລະບຽບ ເພື່ອເຊື່ອມໂຍງ ນັ້ນແມ່ນການກໍ່ສ້າງລັດຖະບານ ໃຫ້ຊື່ສັດບໍລິສຸດ ແລະ ພັດທະນາ, ເພື່ອໃຫ້ປະຊາຊົນທຸກຄົນສາມາດ ປະກອບສ່ວນເຂົ້າ ໃນວຽກສ້າງສາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໜູນຊ່ວຍບັນດາແຂວງ, ນະຄອນ, ໃນນັ້ນມີ ແຂວງຖ໋າຍຫງວຽນ ເພີ່ມທະວີໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງ, ເຊື່ອມຕໍ່ຄູ່ຮ່ວມມື, ດຶງດູດການລົງທຶນຈາກຕ່າງປະເທດ, ພັດທະນາວັດທະນະທຳ, ການທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີ ຟ໋າມບິ່ງມິງ ກໍ່ແລກປ່ຽນ, ຕອບບັນຫາ ແລະ ເຮັດແຈ້ງບາງບັນຫາ, ຂໍ້ສະເໜີແນະ ເຊິ່ງຜູ້ມີສິດເລືອກຕັ້ງສົນໃຈ.