ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ຢ້ຽມຢາມ ເຊີນເຈີນ
ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu
ພາບ: internet |
(vovworld) - ໂດຍຮັບເຊີນຂອງສະຫະສະມາຄົມປະຊາຊົນ ຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນອາວຸດ, ແຕ່ວັນທີ 22 -26/9, ຄະນະຜູ້ແທນຄະນະກຳມະການສັນຕິພາບ ຫວຽດນາມ ໂດຍທ່ານ ຮອງປະທານສະພາແຫ່ງຊາດ Uong Chu Luu ປະທານຄະນະກຳມະການສັນຕິພາບ ນຳຫນ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນ ເຊີນເຈີນ ແລະ ຊຽງໄຮ່ ຂອງ ຈີນ.ໃນໄລຍະຢູ່ຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ມີການເຮັດວຽກກັບການນຳສະຫະສະມາຄົມ ປຊຊ ຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນອາວຸດ. ຫົວຫນ້າຄະນະຜູ້ແທນຫວຽດນາມ ເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ເຊີດຊູບົດບາດຕັ້ງຫນ້າຂອງຄະນະກຳມະການສັນຕິພາບຂອງແຕ່ລະປະເທດ, ຢືນຢັນຄວາມຕັດສິນໃຈສ້າງຮູບແບບສັງຄົມນິຍົມຊຶ່ງ ຫວຽດນາມ ແລະ ຈີນ ໄດ້ເລືອກເຟັ້ນໃຫ້ສຳເລັດຜົນ. ສອງຝ່າຍເຫັນດີພ້ອມກັນປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ; ບັນດາບັນຫາບໍ່ລົງລອຍກັນ ແລະ ການພິພາດທີ່ເກິດຂຶ້ນຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາໂດຍສັນຕິວິທີ.