ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນນັກທຸລະກິດດີເດັ່ນຫວຽດນາມ

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນນັກທຸລະກິດດີເດັ່ນຫວຽດນາມ - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວງ​ຈູ​ລືວ
ພົບ​ປະ​ກັບ​ນັກ​ທຸ​ລະ​ກິດ​ດີ​ເດັ່ນ
ພາບ:TTXVN
(vovworld)- ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ນັກ​ທຸ​ລະ​ກິດ​ດີ​ເດັ່ນ​ຂອງ​ສະ​ໂມ​ສອນ​ບັນ​ດາ​ນັກ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວງ​ຈູ​ລືວ ຕີ​ລາ​ຄາ​ສູງ​ບັນ​ດາ​ນັກ​ທຸ​ລະ​ກິດ​ດີ​ເດັ່ນ​ຂອງ​ສະ​ໂມ​ສອນ​ດັ່ງ​ກ່າວ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍ​າກ, ສິ່ງ​ທ້າ​ທາຍ​ເພື່ອ​ສືບ​ຕໍ່​ຮັກ​ສາ, ເປີດກວ້າງ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ໂຄງ​ການ​ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​, ການ​ກຸ​ສົນ, ມະ​ນຸດ​ສະ​ທຳເປັນ​ຢ່າງ​ດີ ແລະ ແກ້​ໄຂວຽກ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ນັບ​ໝື່ນໆ​ຄົນ. ທ່າ​ນ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໃສ່​ໃຈ​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ເພື່ອ​ກຳ​ແຫນ້ນ​ສະ​ພາບ​ການ​ຂອງ​ຕະ​ຫລາດ, ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ຮູບ​ແບບ​ຄຸ້ມ​ຄອງ, ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ຮັກ​ສາ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ.

 

 

 

ຂ່າວ/ບົດ​ອື່ນ