ທ່ານເຈືອງເຕີນຊາງພົບ ປະກັບຜູ້ມີສິດເລືອກຕັ້ງ ເມືອງ 4 ນະຄອນໂຮ່ຈິມິນ
(ພາບ:truongtansang.net)
(vovworld)- ໂດຍສືບຕໍ່ລາຍການພົບປະກັບຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະໄຫມສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ວັນທີ 25/6, ທ່ານປະທານປະເທດເຈືອງເຕີນຊາງ, ສສຊ ຊຸດທີ 13 ແລະ ບັນດາສະມາຊິກໃນຄະນະ ສສຊ ນະຄອນໂຮ່ຈິມິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4 ນະຄອນໂຮ່ຈິມິນ. ນະທີ່ນີ້, ບັນດາສະມາຊິກໃນຄະນະ ສສຊ ນະຄອນໂຮ່ຈິມິນ ໄດ້ລາຍງານຕໍ່ຜູ້ມີສິດເລືອກຕັ້ງກ່ຽວກັບບາງໝາກຜົນຕົ້ນຕໍຂອງກອງປະຊຸມສະໄຫມສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ທີ່ຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ປະຕິບັດສຳເລັດໂດຍພື້ນຖານບັນດາເນື້ອໃນທີ່ໄດ້ວາງອອກເປັນຢ່າງດີ, ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດຄື: ເພີ່ມທະວີການຄຸ້ມຄອງມະຫາພາກ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ໃຫ້ບຸລິມະສິດແກ້ການແກ້ໄຂສົ້ນອອກໃຫ້ຜະລິດຕະພັນກະເສດ, ຄວມຄຸມໜີ້ເສຍ, ໄພເງິນເຟີ້ເພື່ອຊຸກຍູ້ການເຕີບໂຕ. ກອງປະຊຸມສະໄຫມສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ຮັບຮອງເອົາຮ່າງກົດໝາຍ 9 ສະບັບ ແລະ ມະຕິສຳຄັນ 8 ສະບັບ. ໃນນັ້ນ, ໜ້າສົນໃຈແມ່ນສະພາແຫ່ງຊາດໄດ້ດຳເນີນການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງສຳຄັນໂດຍສະພາແຫ່ງຊາດເລືອກຕັ້ງ ຫລືໃຫ້ສັດຕະຍາບັນສຳເລັດ. ເລື່ອງຮັບຮອງເອົາມະຕິດັ່ງກ່າວໄດ້ສະແດງໃຫ້ເຫັນການປ່ຽນໃໝ່ທີ່ສຳຄັນໃນຊີວິດການເມືອງ, ຮັບປະກັນປະຊາທິປະໄຕໃນສະພາແຫ່ງຊາດ, ປະກອບສ່ວນຍົກສູງສິດເປັນເຈົ້າຂອງ ປຊຊ ຜ່ານວິທີຕີລາຄາຄວາມໄວ້ວາງໃຈໃນການປະຕິບັດໜ້າທີ່ຂອງຜູ້ມີສິດອຳນາດ, ຕຳແໜ່ງໃນກົງຈັກການນຳຂັ້ນສູງຂອງລັດ.