ທ່ານເລຂາທິການໃຫຍ່ ສປຊ: ອາຊຽນ ແມ່ນແບບຢາງຂອງທົ່ວໂລກ ກ່ຽວກັບລັດທິຫຼາຍຝ່າຍ

(VOVWORLD) -ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແມ່ນແບບຢາງຂອງທົ່ວໂລກກ່ຽວກັບລັດທິຫຼາຍຝ່າຍ ດ້ວຍມູນເຊື້ອການສົນທະນາ, ເຄົາລົບ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນລະຫວ່າງບັນດາປະເທດ ສະມາຊິກ.

ວັນທີ 30 ກໍລະກົດ ຄະນະຜູ້ແທນບັນດາປະເທດ ອາຊຽນ ປະຈໍາ ສປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres. ກ່າວຄໍາເຫັນທີ່ພິທີ, ທ່ານ Antonio Guterres ເນັ້ນໜັກວ່າ: ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແມ່ນແບບຢາງຂອງທົ່ວໂລກກ່ຽວກັບລັດທິຫຼາຍຝ່າຍ ດ້ວຍມູນເຊື້ອການສົນທະນາ, ເຄົາລົບ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນລະຫວ່າງບັນດາປະເທດ ສະມາຊິກ. ທ່ານຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ອາຊຽນ ໃນທຸກຂົງເຂດການເຄື່ອນໄຫວຂອງ ສປຊ. ພ້ອມທັງລໍຄອຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ອາຊຽນ ຢູ່ບັນດາເຫດການຫຼາຍຝ່າຍທີ່ສໍາຄັນໃນເວລາທີ່ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ