ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບບັນດາຜູ້ແທນແມ່ຍິງກອງທັບທີ່ດີເດັ່ນ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບບັນດາຜູ້ແທນແມ່ຍິງກອງທັບທີ່ດີເດັ່ນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ້​ຈ້ອງ ໂອ້​ລົມ​ກັບ​ບັນ​ດາ​ຜູ້​ແທນ​ແມ່​ຍິງກອງ​ທັບ​ທີ່​ດີ​ເດັ່ນເຂົ້າ​ຮ່ວມກອງ​ປະ​ຊຸມ​​ໃຫຍ່ຜູ້​ແທນ​ແມ່​ຍິງກອງ​ທັບຄັ້ງ​ທີ 6


(vovworld)- ໃນ​ການ​ຕ້ອນ​ຮັບ​ບັນ​ດາ​ຜູ້​ແທນ​ແມ່​ຍິງກອງ​ທັບ​ທີ່​ດີ​ເດັ່ນ​ທົ່ວ​ກອງ​ທັບ​ມາ​ຮ່ວມກອງ​ປະ​ຊຸມ​​ໃຫຍ່ຜູ້​ແທນ​ແມ່​ຍິງກອງ​ທັບຄັ້ງ​ທີ 6 ຊຶ່ງ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 7/12 ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ຊຶ່ງ​ແມ່​ຍິງກອງ​ທັບ​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ເນັ້ນ​ໜັກ​ວ່າ​ ແມ່​ຍິງກອງ​ທັບ​ທັງ​ເອົາ​ໃຈ​ໃສ່​ວຽກ​ງານ​ຂອງລັດ, ທັງ​ຮັບ​ຜິດ​ຊອບ​ວຽກ​ບ້ານ​ການ​ເຮືອນ, ບັນ​ດາ​ວຽກ​ງານ​ທີ່​ແມ່​ຍິງກອງ​ທັບ​ບັນ​ລຸ​ໄດ້ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ແມ່ຍ​ິງ​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ເຊື່ອ​ໝັ້ນ​ວ່າ ​ແມ່​ຍິງກອງ​ທັບເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເຮັດຫຼ້ອນ​ໜ້າ​ທີ່ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ,ອວຍ​ພອນ ກອງ​ປະ​ຊຸມ​​ໃຫຍ່ຜູ້​ແທນ​ແມ່​ຍິງກອງ​ທັບຄັ້ງ​ທີ 6 ປະ​ສົບ​ຜົນ​ສຳ​ເລັດ​ຢ່າງຈົບ​ງາມ.
ຂ່າວ/ບົດ​ອື່ນ