(vovworld) - ໃນວັນທີ 24 – 25/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດົງທ໋າບ. ຕອນເຊົ້າວັນທີ 25/11, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການເຮັດວຽກກັບການນຳແຂວງດົງທ໋າບ ກ່ຽວກັບສະພາບການເສດຖະກິດສັງຄົມ ແລະ ວຽກງານກໍ່ສ້າງພັກ. ທ່ານເລຂາທິການໃຫຍ່ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງອົງຄະນະພັກ ແລະ ປະຊາຊົນແຂວງດົງທ໋າບ ບັນລຸໄດ້ໃນ 2 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ. ເລື່ອງຜັນຂະຫຍາຍການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນຕາມຈິດໃຈມະຕິກອງປະຊຸມສູນກາງຄັ້ງທີ 4 (ຊຸດທີ 11) ໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ຖືກຕາມການຊີ້ນຳຂອງສູນກາງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ.
“ມະຕິສູນກາງພັກທີ 4 ແມ່ນການຕັກເຕື່ອນ, ສະກັດກັ້ນປະກົດການຫຍໍ້ທໍ້, ຖ້າຫາກໃຜບໍ່ປະຕິບັດແມ່ນຕ້ອງຖືກປະຕິບັດລະບຽບວິໄລ. ໃນແຕ່ລະຄົນມີອັນດີ, ອັນບໍ່ດີ ຍາມໃດກໍຕໍ່ສູ້ກັນ. ລັດທິສ່ວນບຸກຄົນແມ່ນເລິກແລບແຍບຍົນ ຄືດັ່ງທີ່ປະທານໂຮ່ຈິມິນ ໄດ້ເວົ້າວ່າ, ມັນດຶງພວກເຮົາຄ້ອຍລົງໄປຢ່າງໄວ, ມັນປິດຫູ, ປິກຕາ ບໍ່ໃຫ້ເຮົາເຫັນຈຸດອ່ອນຂອງຕົນ. ເພາະສະນັ້ນ, ລັດທິສ່ວນບຸກຄົນແມ່ນໂທດກຳ, ແມ່ນສັດຕູພາຍໃນ. ພວກເຮົາຕ້ອງເຂົ້າໃຈແຈ້ງຈຸດນີ້, ຕ້ອງປະຕິບັດຢ່າງດັດດຽວ, ສະຫຼາດສະຫຼຽວ. ຕ້ອງຮັບປະກັນສະຖຽນລະພາບເພື່ອພັດທະນາກ້າວຂຶ້ນ”.
ທ່ານເລຂາທິການໃຫຍ່ກໍສະເໜີໃຫ້ທາງແຂວງສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາທາງຄົມມະນາຄົມ ແລະ ຊົນລະປະທານ ເພື່ອເໝາະສົມກັບການຜະລິດຂອບຂະໜາດໃຫຍ່, ຫັນອຸດສາຫະກຳ, ກະສິກຳ, ຊົນນະບົດເປັນທັນສະໄໝ; ວາງອອກກົນໄກ, ແຜນນະໂຍບາຍເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດກະສິກຳ ໃຫ້ແກ່ພໍ່ແມ່ປະຊາຊົນຊາວກະສິກອນ ແລະ ໃຫ້ອຳນາດການປົກຄອງທຸກຂັ້ນ; ສືບຕໍ່ຜັນຂະຫຍາຍບັນດາມະຕິ, ກວດການບັນດາໂຄງການຄືນໃໝ່, ເລືອກເຟັ້ນບາງຈຸດສຸມເພື່ອສ້າງການຫັນປ່ຽນໃນທຸກຂົງເຂດຢ່າງຈະແຈ້ງ.
ກ່ອນໜ້ານັ້ນ, ວັນທີ 24/11, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການເຮັດວຽກກັບການນຳ ແລະ ປະຊາຊົນຕາແສງ ຟູ໋ຮ້ຽບ, ເມືອງ ຕາມນົງ ກ່ຽວກັບການພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່ ແລະ ວຽກງານກໍ່ສ້າງພັກ.