ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມທາງລັດຖະກິດອີນເດຍ
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ)
(vovworld) - ຕອນບ່າຍວັນທີ 19/11 (ຕາມເວລາ ຫວຽດນາມ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ສ.ອີນເດຍ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີອີນເດຍ Manmohan Singh.
ໃນການຢ້ຽມຢາມແຕ່ວັນທີ 19 – 22/11, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຈະເຂົ້າຮ່ວມການເຈລະຈາ ແລະ ງານລ້ຽງເປັນທາງການຂອງທ່ານນາຍົກລັດຖະມົນຕີອີນເດຍ Manmohan Singh, ເຈລະຈາກັບທ່ານປະທານາທິບໍດີ Pranab Mukherjee, ທ່ານຮອງປະທານທິບໍດີທັງເປັນປະທານສະພາສູງ Mohammad Hamid Ansari, ປະທານສະພາຕໍ່າ Meira Mumar, ການນຳພັກ... ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ Mumbai; ຢ້ຽມຢາມ ແລະ ໂອ້ລົມສົນທະນາກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ອີນເດຍ.
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບການໄປຢ້ຽມຢາມອີນເດຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານນາງ Preeti Saran, ເອກອັກຄະລັດຖະທູດສ.ອີນເດຍ ປະຈຳຫວຽດນາມ ຖືວ່າ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຈະປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍກວ່າອີກ, ພ້ອມທັງຢືນຢັນວ່າ ອີນເດຍ ຫວັງວ່າການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຈະປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ປະເທດມີປະສິດທິຜົນ ແລະ ແທດຈິງກວ່າ.