ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 25/06, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​​ໄປ​ຢ້ຽມຢາມລາຊະ​ອານາຈັກ​ໄທ, ​ແຕ່​ວັນ​ທີ 25 – 27/06, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນ​ຕີ​ໄທ ຍິງຣັກ ສິນ​ນະ​ວັດ. ການ​ຢ້ຽມຢາມ​ຄັ້ງ​ນີ້​ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຜ່ານ​ການ​ແລກປ່ຽນບັນດາ​ບັນຫາ​​ໃນ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ພິ​ເສດ​ແມ່ນ​ການ​ສົມທົບ​ກັນ, ຮ່ວມ​ມື​ຊຸກຍູ້​ການ​ປະຕິບັດ​ປະຊາ​ຄົມ​ອາ​ຊຽນ.

ຂ່າວ/ບົດ​ອື່ນ