ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມນະຄອນຫາຍຟ່ອງ

(VOVWORLD) -ໃນ 2 ວັນຄືວັນທີ 14 ແລະ 15 ພະຈິກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫາຍຟ່ອງ
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມນະຄອນຫາຍຟ່ອງ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງນະຄອນ ຫາຍຟ່ອງ 

ຕອນເຊົ້າວັນທີ 15 ພະຈິກ, ເມື່ອເຮັດວຽກກັບການນຳຫຼັກແຫຼ່ງນະຄອນ ຫາຍຟ່ອງ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕີລາຄາສູງການພັດທະນາຂອງນະຄອນໃນໄລຍະທີ່ຜ່ານມາ ແລະ ເນັ້ນວ່າ ຫາຍຟ່ອງຄວນເສີມຂະຫຍາຍຄວາມສາມາດ, ທ່າແຮງບົ່ມຊ້ອນ, ແຫຼ່ງກຳລັງດ້ານວັດຖຸ ແລະ ຈິດໃຈເພື່ອພັດທະນາ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ : 

    “ ໄລຍະທີ່ຜ່ານມາ, ພວກເຮົາໄດ້ເຮັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ເສດຖະກິດຍັງຄົງພັດທະນາ, ສັງຄົມມີສະຖຽນລະພາບ, ທີ່ຕັ້ງບົດບາດສາກົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ເພາະສະນັ້ນ, ພວກເຮົາຕ້ອງສາມັກຄີພາຍໃນ, ແຕ່ລະຫົວໜ່ວຍ, ແຕ່ລະບຸກຄົນຕ້ອງມີສະຕິ, ຄວາມຮັບຜິບຊອບສູງ ”

     ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຍັງຕັກເຕືອນ ນະຄອນຫາຍຟ່ອງໃນວິວັດການເປີດປະຕູ, ກໍຄວນຮັກສາສີສັນວັດທະນະທຳ, ຖືວ່າ ນີ້ແມ່ນແຫຼ່ງກຳລັງທາງດ້ານຈິດໃຈທີ່ສຳຄັນ, ມານະພະຍາຍາມສູ້ຊົນກໍ່ສ້າງຫາຍຟ່ອງກາຍເປັນນະຄອນທ່າກຳປັ່ນສີວິໄລ, ທັນສະໄໝ

ຕອບກັບ

ຂ່າວ/ບົດ​ອື່ນ