ຕອນເຊົ້າວັນທີ 17/12, ທີ່ການເຮັດວຽກກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ VCCI, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງບົດບາດຂອງປະຊາຄົມວິສາຫະກິດ, ນັກທຸລະກິດໃນວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ. ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ: ນັກທຸລະກິດຫວຽດນາມ ມີຈຸດລວມກັບນັກທຸລະກິດໂລກ ແຕ່ມີຈຸດສະເພາະ ຍ້ອນວ່າຮູບແບບເສດຖະກິດຂອງຫວຽດນາມແມ່ນເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ເພາະສະນັ້ນ ນັກທຸລະກິດຫວຽດນາມ ຕ້ອງຕິດພັນກັບການເຕີບໂຕດ້ານເສດຖະກິດໄປຄຽງຄູ່ກັບຄວາມກ້າວຫນ້າ ແລະ ຄວາມຍຸຕິທຳສັງຄົມ.
“ນັກທຸລະກິດຫວຽດນາມ ຕ້ອງຮູ້ຈັກດຳເນີນທຸລະກິດເກັ່ງ, ຮູ້ຈັກເຖິງຕະຫລາດການຄ້າ, ຕ້ອງມີທຶນຮອນ, ມີກົນໄກນະໂຍບາຍ, ຮາກຖານການຜະລິດ ແຕ່ຕ້ອງເວົ້າເຖິງນ້ຳໃຈຮັກຊາດ, ເພື່ອຕົນເອງ, ເພື່ອທຸກຄົນ.“