ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານຈາງເຈຍເຢ້ວ ກຳມະການລັດຖະບານຈີນ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານຈາງເຈຍເຢ້ວ ກຳມະການລັດຖະບານຈີນ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານຈາງເຈຍເຢ້ວ ກຳມະການລັດຖະບານຈີນ
(vovworld)- ຕອນ​ບ່າຍ​ວັນ​ທີ 27/6, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ຫງວຽນ​ຟູ້​ຈ້ອງໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຈາງ​ເຈຍ​ເຢ້ວ ກຳ​ມະ​ການ​ໃນ​ຄະ​ນະ​ລັດ​ຖະ​ບານ​ຈີນ ຊຶ່ງ​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ​ວ່າ ພັກ ແລະ ລັດ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ຮັກ​ສາ​ສາຍ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຈີນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ຫງວຽນ​ຟູ້​ຈ້ອງ ສະ​ເໜີ 2 ຝ່າຍ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ທີີ່​ແທດ​ຈິງ​ໃນ​ທຸກໆ​ຂົງ​ເຂດ, ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ເທົ່າ​ທີ​ຄວນ ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ​, ກ້າວ​ໄປ​ເຖິງ​ບັນ​ລຸຫຼັກ​ການ ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ COC ໂດຍ​ໄວ.     ສ່ວນ​ທ່ານ​ຈາງ​ເຈຍ​ເຢ້ວ ກຳມະ​ການ​ໃນ​ຄະ​ນະ​ລັດ​ຖະ​ບານ​ຈີນ ຢືນ​ຢັນ​ວ່າ ພັກ, ລັດ​ຈີນ ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ຫວຽດ​ນາມ. ຈີນ​ຕັດ​ສິນ​ໃຈ​ພ້ອມ​ກັບ​ຫວຽດ​ນາມ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ມາ​ໄດ້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ-ຈີນ​ພັດ​ທະ​ນາ​ຢ່າງ​ດີ​ງາມ ແລະ ໝັ້ນ​ຄົງ.
ຂ່າວ/ບົດ​ອື່ນ