ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຈະໄປຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ

(VOVWORLD) -ໃນລະຫວ່າງວັນທີ 20 – 22 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ ຕາມຄຳເຊີນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຈະໄປຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ)

ການຢ້ຽມຢາມຖືກດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ, ແມ່ນໂອກາດເພື່ອໃຫ້ 2 ຝ່າຍຫວນຄືນໄລຍະປະຫວັດສາດແຫ່ງການພົວພັນໃນໄລຍະ 50 ປີທີ່ຜ່ານມາ ແລະ ເປີດສັງກາດໃໝ່ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ