ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບພະນັກງານ,ລັດຖະກອນຫ້ອງວ່າການສູນກາງພັກ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບພະນັກງານ,ລັດຖະກອນຫ້ອງວ່າການສູນກາງພັກ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ພົບປະກັບພະນັກງານ,ລັດຖະກອນຫ້ອງວ່າການສູນກາງພັກ
(ພາບ: TTXVN)


(vovworld) –​ ​ຕອນ​ບ່າຍ​ວັນ​ທີ 04/02, ເມື່ອ​ເຂົ້າ​ຮ່ວມ ແລະ ກ່າວຄວາມ​ເຫັນ​ທີ່​ການ​ພົບ​ປະ “ຊົມ​ເຊີຍ​ພັກ - ຊົມ​ເຊີຍ​ລະ​ດູ​ບານ​ໃໝ່” ຢູ່​ຫ​້​ອ​ງວ່າ​ການ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ເຊິ່ງ​ພະ​ນັກ​ງານ, ລັດ​ຖະ​ກອນ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ບັນ​ລຸ​ໄດ້​ໃນ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ, ຮັບ​ໃຊ້​ວຽກ​ງານ​ຊີ້​ນຳ​ນຳ​ພາ​ຂອງ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​ວ່າ, ປີ 2016 ແມ່ນ​ປີ​ສຳ​ຄັນ ຍ້ອນນີ້​ແມ່ນ​ປີ​ທຳ​ອິດ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ແຜນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໄລ​ຍະ 5 ປີ 2016 – 2020; ​ເລືອກ​ຕັ້ງ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​ສະ​ມາ​ຊິກ ສະ​ພາ​​ປະ​ຊາ​ຊົນ​​ທຸກ​ຂັ້ນ​​ອາ​ຍຸ​ການ 2016 – 2021. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ຊີ້​ແຈ້ງວ່າ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຂອງ​ວຽກ​ງານ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ໃນ​ສະ​ພາບ​ການ​ໃໝ່, ຫ້ອງວ່າ​ການ​ສູນ​ກາງ​ພັກ ຕ້ອບ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ເປ​ັນ​ເອ​ກະ​ພາບ, ປະ​ຕິ​ບັດ​ບົດ​ບາດໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ສ​ູ້​ຊົນ​ບັນ​ລຸ​​ບັນ​ດາ​​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ ​ດ້ວຍ​ມີ​ຄຸນ​ນະ​ພາບ, ​ປະ​ສິດ​ທິ​ຜົນ​ສູງກວ່າ​ປີ 2015. ຫ້ອງວ່າ​ການ​​ສູນ​ກາງ​ພັກ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ວ​ຽກ​ງານ​ເປັ​ນເສ​ນາ​ທິ​ການ​ໃຫ້​ດີກວ່າ​ອີກ, ເພື່ອຮັບ​ໃຊ້​ບັນ​ດາ​ອົງ​ການ​ຊ​ີ້​ນຳ​ຂອງ​ພັກ, ໂດຍ​ກົງ​ແມ່ນ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ, ປະ​ຕິ​ບັດ​ລາຍ​ການ​ເຮັດ​ວຽກ​ປີ 2016 ເປັນ​ຢ່າງ​ດີ… ເພື່ອ​ປະ​ກອບ​ສ່ວນ​ຜັນ​ຂ​ະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທ​ີ 12 ເຂົ້າ​ສູ່​ຊີ​ວິດ​.

ຂ່າວ/ບົດ​ອື່ນ