( vovworld ) – ໃນຂອບເຂດການຢ້ຽມຢາມສັນຕະວະໄມຕີສ.ກູຍບາຢ່າງເປັນທາງການ, ຕອນເຊົ້າວັນທີ 14/4, ທ່ານເລຂາທິຫານໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະການນຳສະມາຄົມມິດຕະພາບກູຍບາ - ຫວຽດນາມ ໂດຍທ່ານນາງຮອງປະທານສະມາຄົມ Marta Roja ນຳໜ້າເຂົ້າຢ້ຽມຄຳນັບ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິຫານໃຫຍ່ Nguyen Phu Trong ໄດ້ເນັ້ນໜັກເຖິງນ້ຳໃຈອັນຍິ່ງໃຫຍ່ລະຫວ່າງສອງຊາດຫວຽດນາມ - ກູຍບາ ບໍ່ພຽງແຕ່ສະແດງອອກໃນສາຍພົວພັນລະຫວ່າງສອງພັກ, ສອງລັດເທົ່ານັ້ນ ຫາກຍັງໃນແຕ່ລະຄົນຢ່າງລະອຽດອີກດ້ວຍ. ຊຸມເດືອນປີໄດ້ຜ່ານພົ້ນໄປ, ເງື່ອນໄຂສະພາວະປະຈຸບັນກໍຕ່າງເກົ່າແລ້ວ ແຕ່ນ້ຳໃຈຂອງເພື່ອນມິດກູຍບາ ທີ່ມີຕໍ່ຫວຽດນາມ ຍັງຄົງເໝືອນເດີມ. ທ່ານເລຂາທິຫານໃຫຍ່ Nguyen Phu Trong ໄດ້ສະເໜີໃຫ້ສອງສະມາຄົມມິດຕະພາບຈົ່ງມີຮູບແບບສຶກສາອົບຮົມສາຍພົວພັນອັນດີງາມລະຫວ່າງສອງຊາດ ເພື່ອໃຫ້ລຸ້ນໜຸ່ມສືບທອດ ແລະ ເສີມຂະຫຍາຍສາຍພົວພັນນັ້ນຕະຫຼອດໄປ. ເນື່ອງໃນໂອກາດນີ້, ທ່ານເລຂາທິຫານໃຫຍ່ Nguyen Phu Trong ໄດ້ຕອບສຳພາດນັກຂ່າວໜືງສືພິມ Gramma, ສຽງຂອງພັກກອມມູນິດກູຍບາ, ກ່ຽວກັບບັນດາຜົນງານທີ່ດີເດັ່ນຂອງການຢ້ຽມຢາມສັນຕະວະໄມຕີສ.ກູຍບາ ຢ່າງເປັນທາງການ ຄັ້ງນີ້, ກ່ຽວກັບແນວທາງປ່ຽນແປງໃໝ່, ບັນດາທັດສະນະພື້ນຖານກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ ກໍ່ຄືແງ່ຫວັງການພົວພັນຂອງສອງພັກ, ສອງລັດໃນໄລຍະທີ່ຈະມາເຖິງ.
ແລະກໍໃນວັນດຽວກັນ, ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີບັນດາການພົບປະກັບການນຳກະຊວງ, ຂະແໜງການຕ່າງໆຂອງກູຍບາ. ທີ່ບັນດາການພົບປະລະຫວ່າງການນຳກະຊວງສາທາລະນະສຸກ, ກະຊວງມະຫາວິທະຍາໄລກູຍບາ ກັບທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan, ກູຍບາ ປາດຖະໜາຢາກຊຸກຍູ້ການຮ່ວມມືບຳລຸງສ້າງຖັນແຖວແພດໝໍ, ຜູ້ຊ່ຽວຊານສາທາລະນະສຸກ, ສະໜອງບັນດາຜະລິດຕະພັນການແພດທີ່ກ້າວໜ້າຂອງກູຍບາ ໃຫ້ຫວຽດນາມ . ກໍໃນວັນດຽວກັນ, ທ່ານ Pham Quang Nghi, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ໄດ້ເຂົ້າຮ່ວມພິທີຕັດແທບຜ້າເປີດສະຫຼອງເສັ້ນທາງແສງສະຫວ່າງມິດຕະພາບຢູ່ໃຈກາງນະຄອນຫຼວງ Lahabana ໂດຍຫວຽດນາມ ອຸປະຖຳ.
ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ Nguyen Phu Trong, ສອງປະເທດໄດ້ອອກຖະແຫຼງການຮ່ວມຫວຽດນາມ - ກູຍບາ ໂດຍຊີ້ແຈງວ່າ ຫວຽດນາມດ້ວຍຫຼັກໝັ້ນສະເໝີຕົ້ນສະເໝີປາຍ,ສະໜັບສະໜູນພາລະກິ້ຕໍ່ສູ້ອັນຊອບທຳ ຂອງປະຊາຊົນກູຍບາ ໂດຍທວງໃຫ້ອາເມລິກາ ຢຸດຕິການປິດລ້ອມຂວ້ຳບາດຕ້ານກູຍບາ. ກູຍບາຕີລາຄາສູງທີ່ຕັ້ງບົດບາດທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມໃນພາກພື້ນ ແລະ ສາກົມ. ສອຝ່າຍເຫນດີສຶບຕໍ່ປັບປຸງສາຍພົວພັນດ້ານການເມືອງ, ເປີດກວ້າງການຮ່ວມມືສອງຝ່າຍ ແລະ ອື່ນໆ.