ທ່ານ ເລເລືອງມີນ ກ່າວຄຳປາໄສຮັບດຳລົງຕຳແຫນ່ງເປັນເລຂາທິການໃຫຍ່ ອາຊຽນ
ພາບ:dantri.com
|
(vovworld) - ວັນທີ 9/1, ຢູ່ ສຳນັກງານຄະນະເລຂາ ອາຊຽນ ຢູ່ ອິນໂດເນເຊຍ ໄດ້ດຳເນີນພິທີມອບໂອນຕຳແຫນ່ງເລຂາທິການໃຫຍ່ ອາຊຽນ ລະຫວ່າງ ທ່ານ ສຸຣີນ ພິດສຸວັນ ອະດີດເລຂາທິການໃຫຍ່ ອາຊຽນ ແລະ ທ່ານ ເລເລືອງມີນ ຊາວ ຫວຽດນາມເປັນເລຂາທິການໃຫຍ່ ອາຊຽນ ຄົນໃຫມ່. ເຂົ້າຮ່ວມພິທີຮັບດຳລົງຕຳແຫນ່ງ ມີທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ພ້ອມກັບແຂກຖືກເຊີນກວ່າ 200 ທ່ານ ຊຶ່ງແມ່ນບັນດາເອກອັກຄະລັດຖະທູດ, ບັນດາຜູ້ຕາງຫນ້າທູຕານຸທູດ, ອົງການຂ່າວສານ, ສື່ມວນຊົນສາກົນ. ທີ່ພິທີມອບໂອນຫນ້າທີ່, ທ່ານ ເລເລືອງມີນ ມີບົດປາໄສຮັບດຳລົງຕຳແຫນ່ງ ໂດຍເນັ້ນຫນັກເຖິງບັນດາຈຸດສຸມກໍຄືຫນ້າທີ່ຕົ້ນຕໍຂອງເລຂາທິການໃຫຍ່ ອາຊຽນ ໃນອາຍຸການໃຫມ່ 2013 - 2017.
“ເຖິງວ່າຍັງມີຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ອາຊຽນ ຈະສຳເລັດບັນດາຈຸດໝາຍທີ່ ອາຊຽນໄດ້ວາງອອກເປັນຢ່າງດີ. ຄະນະເລຂາອາຊຽນ ສືບຕໍ່ຢືນຢັນບົດບາດອັນຕັ້ງຫນ້າຂອງຕົນ, ຫນູນຊ່ວຍ ແລະ ປະສານງານກັບບັນດາປະເທດສະມາຊິກ ອາຊຽນ ໃນປີ 2015. ຄະນະເລຂາ ອາຊຽນ ຈະເພີ່ມທະວີການຫນູນຊ່ວຍເຕັກນິກໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື ແລະ ເປັນທີ່ປຶກສາເພື່ອຫັນບັນດາແນວຄວາມຄິດໃຫ້ປະກົດຜົນເປັນຈິງ ແລະ ບັນລຸໄດ້ບັນດາຈຸດໝາຍທີ່ວາງອອກ. ນອກນັ້ນ ຄະນະເລຂາ ອາຊຽນ ຈະຍູ້ແຮງການປະຕິບັດບັນດານະໂຍບາຍເພື່ອສ້າງ 3 ເສົາຄ້ຳຄວາມໝັ້ນຄົງ, ການເມືອງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ, ບຸລິມະສິດການພັດທະນາຮ່ວມມືແຫ່ງຊາດ ແລະ ພາກພື້ນ.”