ນັກທຸລະກິດຊາວຫວຽດນາມອາໄສອົດສະຕາລີຮຽກຮ້ອງວິສາຫະກິດຫວຽດນາມຢູ່ຕ່າງປະເທດປະກອບສ່ວນປ້ອງກັນ,ຄວບຄຸມໂລກລະບາດໂຄວິດ-19

(VOVWORLD) -ຢູ່ບັນດາເຂດແຍກຕົວ, ອຳນາດການປົກຄອງ ແລະ ບັນດາອົງການທີ່ມີໜ້າທີ່ຂອງນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການເບິ່ງແຍງດູແລບັນດາກໍລະນີແຍກຕົວ ແລະ ສ້າງຄວາມປະທັບໃຈອັນດີງາມຕໍ່ກັບບັນດາບຸກຄົນ

ໂດຍສະເພາະແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ໂດຍສະແດງຄວາມຕື້ນຕັນໃຈຕໍ່ການເບິ່ງແຍງດູແລນີ້, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະໜັບສະໜູນໂດຍກົງ ແລະ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບສ່ວນໃຫ້ແກ່ກອງທຶນປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຂອງຫວຽດນາມ. ທ່ານ ຫງວຽນງອັກມີ້, ຊາວຫວຽດນາມ ອາໄສຢູ່ອົດສະຕາລີ, ກັບເມືອຈາກ ອົດສະຕາລີ ໄດ້ແບ່ງປັນວ່າ.

        “ພວກຂ້າພະເຈົ້າມີຄວາມປະຫຼາດໃຈເມື່ອໄດ້ຮັບການຕ້ອນຮັບເປັນຢ່າງດີ. ພະນັກງານຢູ່ທີ່ນີ້ແມ່ນສຸດອົກສຸດໃຈຕໍ່ວຽກງານ. ພວກຂ້າພະເຈົ້າໄດ້ພັກ 4 ຄົນໃນຫ້ອງດຽວກັນ, ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍດ້ານການກິນການຢູ່, ຫ້ອງແຍກຕົວກໍ່ສະອາດ ມີເຄື່ອງໃຊ້ຢ່າງຄົບຖ້ວນ. ອຳນາດການປົກຄອງໄດ້ສົມທົບກັນປະຕິບັດວຽກງານແຍກຕົວເປັນຢ່າງດີທີ່ສຸດ”.

        ໃນໂອກາດນີ້, ທ່ານ ຫງວຽນງອັກມີ້, ໄດ້ປະກອບຈຳນວນເງິນ 200 ລ້ານດົ່ງໃຫ້ແກ່ກອງທຶນປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ