ນັກລົງທຶນ ຍີ່ປຸ່ນ ຄາດວ່າຈະກໍ່ສ້າງໂຮງແຮມ 100 ແຫ່ງຢູ່ ຫວຽດນາມ

ນັກລົງທຶນ ຍີ່ປຸ່ນ ຄາດວ່າຈະກໍ່ສ້າງໂຮງແຮມ 100 ແຫ່ງຢູ່ ຫວຽດນາມ - ảnh 1
ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ ກ່າວຄຳເຫັນທີ່ກອງປະຊມ
(ພາບປະກອບ)

(vovworld) - ກຸ່ມ​ບໍລິສັດ​ໂຕ​ກຽວ Inn ຂອງ ຍີ່ປຸ່ນ ຄາດ​ວ່າ​ຈະ​ລົງທຶນ​ກໍ່ສ້າງ​ໂຮງ​ແຮມ 100​ ​ແຫ່ງ​ຢູ່ ຫວຽດນາມ ​ໃນ​ປີ​ນີ້. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ໂຄງການ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ຫ້ອງການ​ການ​ຄ້າ ​ແລະ ອຸດ​ສະຫະ​ກຳ ຫວຽດນາມ, ກຸ່ມ​ບໍລິສັດ ​ໂຕ​ກຽວ Inn ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ໃນ​ຕອນ​ບ່າຍ​ວັນ​ທີ 22/2, ທ່ານ Norimasa Nishida, ປະທານ​ກຸ່ມ​ບໍລິສັດ ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ. ກໍ່​ຄື ຍີ່ປຸ່ນ ​ໃນ​​ໄລຍະ​ເສດຖະກິດເລີ່​ມຕົ້ນ​ເຕີບ​ໂຕ​, ຫວຽດນາມ ພວມ​ຕ້ອງການ​ຍູ້​ແຮງການ​ພັດທະນາ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເຊິ່ງລະບົບ​ໂຮງ​ແຮມ​ສວມ​ບົດບາດ​ສຳຄັນ​ໃນ​ພື້ນຖານ​ໂຄງ​ລ່າງ​ນັ້ນ. ດັ່ງ​ນັ້ນ, ​ໂຕກ​ຽວ Inn ຫວັງ​ວ່າ: ຜ່ານ​ໂຄງການ​ນີ້​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ”

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ ຢືນ​ຢັນ​ວ່າ: ​ໂຄງການ​​ເມື່ອໄດ້​ຮັບ​ການປະຕິບັດ​ສຳ​ເລັດ​ຈະ​ແມ່ນ​ພະຍານ​ຫຼັກຖານ​ລະອຽດ ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ລະ​ຫວ່າງ ຫວຽດນາມ - ຍີ່ປຸ່ນ ​ເລິກ​ເຊິ່ງກວ່າ​ອີກ, ພ້ອມ​ທັງ​ປະກອບສ່ວນ​ເປີດ​ກ້ວາງ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະພາ​ບການບໍລິການ​ຂະ​ແໜງທ່ອງທ່ຽວ ​ແລະ ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ