ນັກສຶກສາຫວຽດນາມ ຢູ່ລາວ ສະເຫຼີມສະຫຼອງວັນທີ 26/3

ນັກສຶກສາຫວຽດນາມ ຢູ່ລາວ ສະເຫຼີມສະຫຼອງວັນທີ 26/3 - ảnh 1
ພາບປະກອບ

( vovworld ) ວັນ​ທີ 26/3, ນັກ​ສຶກສາ​ຫວຽດນາມ ສັງກັດ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ທີ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ. ຜ່ານ​ພິທີ​ດັ່ງກ່າວ, ບັນດາ​ເພື່ອນ​ໜຸ່ມ​ລາວ​ຍິ່ງ​ຈະ​​ເຂົ້າ​ໃຈ​ໄດ້​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​​ໄວໜຸ່ມ​ຫວຽດນາມ ຕໍ່​ຊະ​ຕາ​ກຳ​ຂອງ​ປະ​ເທດ​ຊາດ ​ແລະ ​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ ຕໍ່ພາລະກິດ​ການ​ປະຕິວັດ​ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ນັກ​ສຶກສາ​ສອງ​ປະ​ເທດ ​ໄດ້​ພ້ອມ​ກັນ​ສະ​ແດງ​ບັນດາ​ລາຍການ​​ສິລະ​ປະພິ​ເສດສະ​ເພາະ, ຍ້ອງຍໍ​ສັນລະ​ເສີນ​ປະ​ເທດ​ຊາດ, ຍ້ອງຍໍ​ນ້ຳໃຈ​ມິດຕະພາບ​ຫວຽດນາມ-​ລາວ. ​ໄວ​ໜຸ່ມ​ໃນ​ໂຮງຮຽນກໍ​ໄດ້​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ກັນ​ສ້າງ​ຜົນງານ​ດີ​ເດັ່ນ ຂ່ຳນັບ​ຊົມ​ເຊີຍ​ປີ​ແຫ່ງ​ຄວາມ​ສາມັກຄີມິດຕະພາບ​ຫວຽດນາມ-​ລາວ.

 

ຂ່າວ/ບົດ​ອື່ນ