ນິວຊີແລນ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ

ນິວຊີແລນ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ - ảnh 1
ທ່ານ Jerry Mateparae, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ນິວຢີ​ແລນ
(ພາບ: Thanh Vũ/TTXVN)

(​vovworld) – ນິວຊີ​ແລນ ​ເອກອ້າງ​ທະ​ນົງ​ໃຈ​ທີ່ໄດ້​ກາຍ​ເປັນຄູ່​ຮ່ວມ​ມື​ໄວ້​ເນື້ອ​​​ເຊື່ອ​ໃຈ​ຂອງ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງ, ພິ​ເສດ​ແມ່ນ​ຂົງ​ເຂດ​ທັນ​ຍາ​ຫານ ​ແລະ ​ເຄື່ອງ​ດື່ມ, ​ເຄື່ອງປ່າ​ຂອງ​ດົງ, ກໍ່ສ້າງ, ການບິນ ​ແລະ ການ​ສຶກສາ. ທ່ານ Jerry Mateparae, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ນິວຢີ​ແລນ, ຢືນຢັນ​ຄື​ແນວ​ນັ້ນ​ທີ່​ການ​ພົບ​ປະ​ກັບ​ການ​ນຳ​ນະຄອນ ​ໂຮ່ຈີ​ມິນ, ບັນດາ​ແຂວງ​ພາກ​ໃຕ້ ​ແລະ ກ່ວາ 100 ​ເຈົ້າ​ໜ້າ​ທີ່, ວິ​ສາ​ຫະກິດ ຫວຽດນາມ ​ແລະ ນິວຢີ​ແລນ ​​ໃນ​ຕອນ​ຄຳ່​ວັນ​ທີ 7/8, ຢູ່ນະຄອນ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ຜູ້​ມີ​ອຳນາດ​ເຕັມແຫ່ງ​ນິວຢີ​ແລນ ​ໄດ້​ຮັບ​ຮູ້​ການ​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ການ​ພົວພັນດ້ານ​ການ​ຄ້າ​ລະຫວ່າງ ນິວຊີ​ແລນ ​ແລະ ຫວຽດນາມ ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອາດ​ຈະ​ພັດທະນາ​ຢ່າງ​ແຮງ​ກ່ວາ​ອີກ. ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ນັ້ນ​ໄດ້​ນຳ​ມາ​ເຊິ່ງຄວາມ​ເຊື່​ອໝັ້ນ​​ໃນ​ການ​ພົວພັນ​ຮ່ວມ​ມື​ພວມ​ພັດທະນາ​ອັນ​ດີງາມ​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ. ສຳລັບ​ນະຄອນ ​ໂຮ່ຈີ​ມິນ, ຜູ້​ມີ​ອຳນາດ​ເຕັມ​ Jerry Mateparae ຖື​ວ່າ: ນະຄອນ​ແມ່ນ​ສະຖານ​ທີ່​ດຶງ​ອັນ​ດູດ​ບັນດາ​ວິ​ສາ​ຫະກິດ ນິວຊີ​ແລນ ​ເຂົ້າ​ມາລົງທຶນ ​ແລະ ຮ່ວມ​ມື.

 

ຂ່າວ/ບົດ​ອື່ນ