ນະຄອນໂຮ່ຈີມິນ ຈັດຕັ້ງລາຍການສິລະປະສະເຫຼີມສະຫຼອງ 232 ປີແຫ່ງວັນໄຊຊະນະ ດົ໊ງດາ

(VOVWORLD) -ລາຍການລວມມີ 4 ພາກໄດ້ໄຈ້ແຍກ ແລະ ຍ້ອງຍສັນລະເສີນນ້ຳໃຈອັນສູງສົ່ງຂອງນັກວິລະຊົນ ກວາງຈຸງ - ຫງວຽນເຫ້ວ.
ນະຄອນໂຮ່ຈີມິນ ຈັດຕັ້ງລາຍການສິລະປະສະເຫຼີມສະຫຼອງ 232 ປີແຫ່ງວັນໄຊຊະນະ ດົ໊ງດາ - ảnh 1ລາຍການທີສະແດງສິລະປະສະ
(ພາບ: nld.com.vn)

ຕອນຄ່ຳວັນທີ 16 ກຸມພາ (ກົງກັບວັນທີ 5 ບຸນເຕັດປີສະຫຼູ ໄລ່ຕາມຈັນທະປະຕິທິນ), ນະຄອນໂຮ່ຈີມິນ ໄດ້ລາຍການທີສະແດງສິລະປະສະເຫຼີມສະຫຼອງ 232 ປີແຫ່ງວັນໄຊຊະນະ ດົ໊ງດາ ປະຫວັດສາດ (1789 – 2021) ຢູ່ສວນສາທາລະນະ ຕາວດ່ານ, ດ້ວຍຫົວຂ້ໍວ່າ “ລະດູບານໃໝ່ໄດ້ວຽນມາສູ່ປະເທດມັງກອນເຫີນ”, ລາຍການລວມມີ 4 ພາກໄດ້ໄຈ້ແຍກ ແລະ ຍ້ອງຍສັນລະເສີນນ້ຳໃຈອັນສູງສົ່ງຂອງນັກວິລະຊົນ ກວາງຈຸງ - ຫງວຽນເຫ້ວ. ຜ່ານບັນດາລາຍການສະແດງສິລະປະ, ລາຍການໄດ້ວາດພາບເຖິງບັນດາວິລະກຳອັນສະຫງ່າອົງອາດຂອງລຸ່ນປູ່ລຸ່ນພໍ່ ພ້ອມກັບບັນດາຜົນງານຂອງປະເທດໃນວັນນີ້ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພິເສດແມ່ນບັນດາໝາກຜົນຈາກຄວາມມານະພະຍາຍາມສູ້ຊົນ ແລະ ພັດທະນາຢ່າງຮອບດ້ານຂອງນະຄອນໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ ເພື່ອພ້ອມກັບທົ່ວປະເທດກ້າວເຂົ້າສູ່ສັງກາດໃໝ່: ສັງກາດແຫ່ງການພັດທະນາ ແລະ ເຊື່ອມໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ